leftcenterrightdel
ການແຂ່ງຂັນໃນນັດ Viettel FC ຊະນະ Hougang United FC ດ້ວຍ 5-2 ປະຕູ. ພາບ: ທູຮ່າ

ພາຍຫຼັງການແຂ່ງຂັນມາເປັນເວລາ 15 ນາທີ, Hougang United FC ຂຶ້ນນຳ 1-0 ປະຕູ ດ້ວຍການຍິງຈຸດໂທດ penalty ຂອງກອງໜ້າ Pedro Bortoluzo. ຫຼັງຈາກເສຍປະຕູ, Viettel FC “ຕອບແທນ” ເມື່ອໄດ້ຍິງຈຸດໂທດ penalty ຢ່າງລຽນຕິດ ໃນນາທີທີ 41 ແລະ 43 ແລະທັງສອງລູກລ້ວນແຕ່ໂດຍກອງໜ້າ Pedro Paulo ຍິງເຂົ້າປະຕູ. ກ່ອນເຄິ່ງເວລາທໍາອິດຈະຈົບລົງ, ນັກເຕະ Pedro Bortoluzo ໄດ້ຍິງຈຸດໂທດ penalty ເຂົ້າປະຕູ, ອັນໄດ້ຊ່ວຍໃຫ້ Hougang United FC ສະໝີກັບ Viettel FC ດ້ວຍ 2-2 ປະຕູ. ເຄິ່ງເວລາທີ 2, Viettel FC ຍິງໄດ້ 3 ປະຕູ ຢ່າງລຽນຕິດໂດຍນັກເຕະ ຫງຽນດຶກຮວ່າງມີງ (ນາທີທີ 55) ແລະ Geovane Magno (ນາທີທີ 70 ແລະ 72), ຈົບເກມ Viettel FC ຊະນະ Hougang United FC ດ້ວຍ  5-2 ປະຕູ. ດ້ວຍໄຊຊະນະ 3 ນັດ, Viettel FC ຂຶ້ນນໍາກຸ່ມ I ດ້ວຍ 9 ຄະແນນ, ຜ່ານນັ້ນ ໄດ້ລອດເຂົ້າຮອບຮອງຊະນະເລີດພາກພື້ນອາຊີຕາເວັນອອກສ່ຽງໃຕ້ AFC Cup 2022.

ການແຂ່ງຂັນບານເຕະ  AFC Cup 2022 ໄດ້ຄັດເລືອກບັນດາທີມດີເດັ່ນເຂົ້າຮອບຮອງຊະນະເລີດພາກພື້ນ, ຊີງຊະນະເລີດພາກພື້ນ, ຮອບຮອງຊະນະເລີດລະຫວ່າງພາກພື້ນ ແລະຊີງຊະນະເລີດລະຫວ່າງພາກພື້ນ. ຮອບຮອງຊະນະເລີດພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄາດວ່າ ຈະດຳເນີນໃນເດືອນສິງຫາ ແລະປະຈຸບັນຄູ່ແຂ່ງຂອງ Viettel FC ຍັງບໍ່ທັນໄດ້ກຳນົດເທື່ອ.

ໂດຍ: ທະນາພອນ