ເຖິງວ່າມີໂອກາດທີ່ດີຫຼາຍກວ່າແຕ່ນັກເຕະທີມຊາດ U.23 ຫວຽດນາມ ບໍ່ສາມາດຍິງເຂົ້າປະຕູໄດ້ ແລະຍອມຮັບສະເໝີດ້ວຍ 0-0 ປະຕູ.

leftcenterrightdel
ທີມຊາດ U.23 ຫວຽດນາມ ສະເໝີທີມຊາດ U.23 ຟີລິບປິນ 0-0 ປະຕູ. ພາບ: ນາມເຈິ່ນ

ພາຍຫຼັງນັດສະເໝີກັບທີມຊາດ U.23 ຟີລິບປິນ, ທີມຊາດ U.23 ຫວຽດນາມ ຢືນອັນດັບທີສອງດ້ວຍ 4 ຄະແນນ. ໃນຂະນະນັ້ນ, ທີມຊາດ U.23 ຟີລິບປິນ ຢືນອັນດັບໜຶ່ງພ້ອມມີ 4 ຄະແນນ ແຕ່ມີລູກຍິງເຂົ້າປະຕູຫຼາຍກວ່າ.

ຕາມຕາຕະລາງ, ທີມຊາດ U.23 ຫວຽດນາມ ຈະເຕະນັດຕໍ່ໄປໃນວັນທີ 13 ພຶດສະພາ ກັບທີມຊາດ U23 ມຽນມາ. ໃນຂະນະນັ້ນ, ທີມຊາດ U.23 ຟີລິບປິນ ຈະພົບກັບທີມຊາດ U.23 ມຽນມາ ໃນວັນທີ 10 ພຶດສະພາ.

ໂດຍ: ໄຊນີດາ