leftcenterrightdel
ສັນຍາລັກຂອງ SEA Games 31. ພາບ: baochinhphu.vn.

ຕາມນັ້ນແລ້ວ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຮັບແຜນລາຍຈ່າຍງົບປະມານແຫ່ງລັດເພີ່ມເຕີມໃນປີ 2021 ດ້ວຍຈໍານວນເງິນແມ່ນ 283 ຕື້ດົ່ງ;  ແຜນລາຍຈ່າຍງົບປະມານແຫ່ງລັດເພີ່ມເຕີມໃນປີ 2021 ຂອງກະຊວງຕໍາຫຼວດ ແມ່ນ 18 ຕື້ດົ່ງ. ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີຫວຽດນາມ ສະເໜີວ່າ ການຄຸ້ມຄອງ, ນໍາໃຊ້, ສະຫຼຸບບັນຊີຈໍານວນເງິນທີ່ໄດ້ຮັບເພີ່ມເຕີມຕ້ອງຮັບປະກັນໃຫ້ຖືກຕາມຂໍ້ກໍານົດ, ລະບອບ, ມີປະສິດທິຜົນ, ປະຢັດ, ເປີດເຜີຍ, ຈະແຈ້ງ. SEA Games 31 ຈະດໍາເນີນໃນລະຫວ່າງວັນທີ 12-23 ພຶດສະພາ ຢູ່ຮ່າໂນ້ຍ ແລະ 11 ແຂວງ, ນະຄອນໃກ້ຄຽງ, ເຫດການນີ້ຈະດຶງດູດຜູ້ເຂົ້າຮ່ວມປະມານ 10.000 ຄົນ.

ໂດຍ: ຈາງຫງວຽນ