leftcenterrightdel
ບັນຍາກາດຂອງພິທີໄຂ Paralympic ຄັ້ງທີ 16. ພາບ: ສໍານັກຂ່າວສານຫວຽດນາມ.

ເຂົ້າຮ່ວມພິທີໄຂ Paralympic ຄັ້ງທີ 16 ມີເຈົ້າຈັກກະພັດ ຍີ່ປຸ່ນ Naruhito, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide. ຫົວຂໍ້ຂອງພິທີໄຂງານມະຫາກຳກິລາຄັ້ງນີ້ ແມ່ນເພື່ອແນໃສ່ສົ່ງສານຂອງບຸກຄົນທີ່ຮູ້ບືນຕົວຂຶ້ນ, ມີຄວາມໄຝ່ຝັນ ແລະ ມີຄວາມຫວັງ.

Paralympic Tokyo 2020 ມີ 539 ເນື້ອໃນຂຶ້ນກັບ 22 ປະເພດກິລາ, ໂດຍມີນັກກິລາກວ່າ 4.400 ຄົນ ທີ່ມາຈາກ 161 ປະເທດ ແລະເຂດແຄວ້ນເຂົ້າຮ່ວມການແຂ່ງຂັນ. ນີ້ກໍແມ່ນງານມະຫາກຳກິລາຂອງຜູ້ເສຍອົງຄະທີ່ມີຈຳນວນນັກກິລາເຂົ້າຮ່ວມຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ຄະນະນັກກິລາຫວຽດນາມ ມີ 7 ຄົນ ແລະ ຈະເຂົ້າຮ່ວມການແຂ່ງຂັນໃນປະເພດກິລາ ລອຍນ້ຳ, ຍົກນ້ຳໜັກ ແລະ ແລ່ນ ແລະ ລານ.

ແຫຼ່ງຄັດຈາກ: vovworld.vn