leftcenterrightdel
ຜູ້ຕາງໜ້າປະຊາຄົມຊາວຫວຽດນາມອາໄສຢູ່ຍີ່ປຸ່ນ ຢ້ຽມຢາມຖາມຂ່າວ, ມອບຂອງຂວັນ ແລະລະດົມກໍາລັງໃຈຄະນະນັກກິລາຄົນພິການຫວຽດນາມ. ພາບ: ຮົ່ງມິງ

Kokubunji ໄດ້ລົງທະບຽນເປັນໜຶ່ງໃນບັນດາ "ນະຄອນເຈົ້າພາບ" ຂອງຫວຽດນາມ ຢູ່ Olympic ແລະ Paralympic Tokyo 2020. ເດືອນຕຸລາ 2019, ອໍານາດການປົກຄອງ Kokubunji ໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກັບກົມໃຫຍ່ກິລາກະຍະກໍາຫວຽດນາມ ກ່ຽວກັບການຕ້ອນຮັບນັກກິລາຄົນພິການໃນລາຍການລອຍນໍ້າໄປຝຶກອົບຮົມ, ແຕ່ແຜນການດັ່ງກ່າວຖືກຢຸດຕິຍ້ອນພະຍາດໂຄວິດ-19. ທ່ານ Kunio Izawa, ເຈົ້າຄອງນະຄອນ Kokubunji ຢືນຢັນວ່າ: “Kokubunji ແລະຊາວໜຸ່ມ, ເຍົາວະຊົນນະຄອນຍາມໃດກໍ່ສະໜັບສະໜູນກິລາຫວຽດນາມ”. ກ່ອນໜ້ານັ້ນ, ຜູ້ຕາງໜ້າປະຊາຄົມຊາວຫວຽດນາມອາໄສຢູ່ຍີ່ປຸ່ນ ກໍ່ໄດ້ມາຢ້ຽມຢາມຖາມຂ່າວ, ມອບຂອງຂວັນ ແລະລະດົມກໍາລັງໃຈໃຫ້ຄະນະນັກກິລາຄົນພິການຫວຽດນາມ ດ້ວຍຫຼາຍປ້າຍຄຳຂວັນ, ຄື: "ຂ້ອຍຮັກປະເທດຫວຽດນາມ", " ຫວຽດນາມ ສູ້ສູ້"...

ໂດຍ: ກວຽດເຕິມ