leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ຕາມນັ້ນແລ້ວ, ທີມຊາດຫວຽດນາມ ຈະແຂ່ງຂັນ 5 ນັດຢູ່ສະໜາມກິລາມີ້ດິ່ງ ກັບທີມຊາດອົດສະຕາລີ (7-9-2021), ທີມຊາດຍີ່ປຸ່ນ (11-11-2021), ທີມຊາດຊາອຸດິອາຣາເບຍ (16-11-2021), ທີມຊາດຈີນ (1-2-2022) ແລະທີມຊາດໂອແມນ (24-3-2022). ໃນກໍລະນີທີ່ພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຈະສະເໜີຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ແລະຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ອະນຸຍາດໃຫ້ຜູ້ຊົມເຂົ້າສະໜາມກິລາ (ເທົ່າກັບ 30% ກຳລັງບັນຈຸຂອງສະໜາມກິລາ). ວິວັັດການເຄື່ອນຍ້າຍ, ຝຶກແອບ ແລະແຂ່ງຂັນຂອງທີມຊາດຫວຽດນາມ ພ້ອມກັບທີມຕ່າງປະເທດ; ສະມາຊິກຂອງຄະນະຈັດຕັ້ງທີ່ມາຈາກຕ່າງປະເທດເຂົ້າຫວຽດນາມ ລ້ວນແຕ່ປະຕິບັດຕາມຫຼັກການ “ວົງປິດ”...

ໂດຍ: ຈາງຫງວຽນ