leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ກຸ໊ຍເລື້ອງ.

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຮີ່ງວີ໋ງອ໊າຍ ປະທານສະມາຄົມກິລາຄົນພິການຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ໄດ້ກຽມພ້ອມໃຫ້ອາຊຽນ ປາຣາເກມ 11 ແລ້ວ. ກອງປະຊຸມກໍ່ໄດ້ເຫັນດີເປັນເອກະພາບນຳກັນວ່າ ອາຊຽນປາຣາເກມ 11 ຈະຈັດຕັ້ງໃນລະຫວ່າງວັນທີ 17-23 ທັນວາ 2021 ດ້ວຍ 11 ປະເພດກິລາ, ລວມມີ: ແລ່ນ ແລະລານ, ລອຍ, ຍົກນ້ຳໜັກ, ໝາກຣຸກ, ເທັນນິດລົດເຂັນ, boccia, judo... ນອກຈາກນັ້ນ, ສະມາຊິກບັນດາປະເທດໄດ້ສະເໜີຫວຽດນາມ ຈັດຕັ້ງປະເພດກິລາບານບ້ວງລົດເຂັນ ແລະ bowling ຕື່ມອີກ. ຮັບຮູ້ຄໍາເຫັນດັ່ງກ່າວ, ທ່ານ ຮີ່ງວີ໋ງອ໊າຍ ໃຫ້ຮູ້ວ່າ ຈະລາຍງານຕໍ່ລັດຖະບານຫວຽດນາມ ແລະຈະມີຄຳຕອບໂດຍໄວ.

ໂດຍ: ເຈິ່ນຮວ່ຽນ