SEA Games 31-ປີ 2021 ແມ່ນງານມະຫາກໍາກິລາ ເຊິ່ງ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຄັ້ງທີສອງ. ແຕ່ພະຍາດໂຄວິດ-19 ແມ່ນໄພພິບັດໃຫ້ທົ່ວໂລກເມື່ອມັນຍູ້ຖອຍ Olympic Tokyo 2020 ເຊິ່ງໄດ້ລໍຖ້າໃນເກືອບ 4 ປີຜ່ານມາ; ທັງກໍ່ຄວາມຫຍຸ້ງຍາກໃຫ້ກິລາປະເພດຕ່າງໆໃນໂລກ. ທັງຖືກຜົນສະທ້ອນຍ້ອນພະຍາດໂຄວິດ-19 ແລະງົບປະມານຈຳກັດ. ສະນັ້ນການຍົກລະດັບ, ສ້ອມແປງພື້ນຖານດ້ານວັດຖຸເພື່ອແຂ່ງຂັນ ແລະຈັດຕັ້ງເຫດການຢູ່ຮ່າໂນ້ຍ ແລະບັນດາແຂວງ, ນະຄອນຈັດຕັ້ງ SEA Games 31 ປະສົບກັບຄວາມຫຍຸ້ງຍາກຫຼາຍ. ເຖິງຢ່າງໃດກໍ່ຕາມ, ດ້ວຍການຮ່ວມແຮງຮ່ວມໃຈຂອງບັນດາຄະນະ, ກະຊວງ, ຂະແໜງການຂັ້ນສູນກາງ ແລະທ້ອງຖິ່່ນ... ວຽກງານກະກຽມ SEA Games 31 ໄດ້ມີການຫັນປ່ຽນຢ່າງຕັ້ງໜ້າ ແລະຄາດຕະເນຈະສຳເລັດຕາມແຜນການທີ່ໄດ້ວາງອອກ.

leftcenterrightdel
ຫງວຽນວັນລາຍ ນັກກິລາແລ່ນ ໄລຍະທາງ 5.000ແມັດ, 10.0000ແມັດ ດີທີ່ສຸດຢູ່ພາກພື້ນ. ພາບ: ຫາຍດັງ.

ບໍ່ພຽງແຕ່ສ້າງຄວາມຫຍຸ້ງຍາກໃຫ້ຄະນະຈັດຕັ້ງກ່ຽວກັບພື້ນຖານດ້ານວັດຖຸເທົ່ານັ້ນ, ພະຍາດໂຄວິດ-19 ຍັງເຮັດໃຫ້ວຽກງານກໍ່ສ້າງນັກກິລາປະສົບກັບສິ່ງທ້າທາຍຫຼາຍຢ່າງ, ເປັນຕົ້ນແມ່ນຄວາມຫຍຸ້ງຍາກເມື່ອສົ່ງນັກກິລາໄປຝຶກອົບຮົມຢູ່ຕ່າງປະເທດ. ຫຼາຍປະເທດນໍາໃຊ້ມາດຕະການ “ຄົນໃນບໍ່ໃຫ້ອອກ ຄົນນອກບໍ່ໃຫ້ເຂົ້າ” ສະນັ້ນ ຂະແໜງກິລາຫວຽດນາມ ຕ້ອງຝຶກອົບຮົມເອງ, ຈັດຕັ້ງການແຂ່ງຂັນເອງສະນັ້ນປະສິດທິຜົນບໍ່ສູງຢ່າງແນ່ນອນ. ບາງທ້ອງຖິ່ນມີງົບປະມານໃຫ້ນັກກິລາໄປຝຶກອົບຮົມ, ແຂ່ງຂັນຢູ່ຕ່າງປະເທດແຕ່ຕົກເຂົ້າໃນສະພາບ "ມີເງິນແຕ່ບໍ່ສາມາດໃຊ້ຈ່າຍໄດ້".

ຖ້າໃນເມື່ອກ່ອນ, ປະເທດເຈົ້າພາບ ພະຍາຍາມນໍາກິລາປະເພດທີ່ມີທ່າແຮງຂອງຕົນເຂົ້າໃນລາຍການແຂ່ງຂັນດ້ວຍຄວາມປາດຖະໜາຢາກນໍາໜ້ານັ້ນ ແຕ່ມາຮອດ SEA Games 31-ປີ 2021,  ປະເທດເຈົ້າພາບຫວຽດນາມ ມີແຜນນະໂຍບາຍຈັດຕັ້ງງານມະຫາກໍາກິລາຊີເກມ ຢ່າງຍຸຕິທຳ. ເລື່ອງນຳບັນດາປະເພດກິລາສ່ວນຫຼາຍທີ່ມີໃນລະບົບ Olympic ເຂົ້າໃນການແຂ່ງຂັນແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ເພື່ອການພັດທະນາລວມຂອງກິລາອາຊີຕາເວັນອອກສ່ຽງໃຕ້. ສິ່ງນີ້ບໍ່ພຽງແຕ່ບໍ່ສ້າງຄວາມຫຍຸ້ງຍາກໃຫ້ກິລາຫວຽດນາມ, ຫາກກົງກັນຂ້າມ, ມັນແມ່ນກາລະໂອກາດເພື່ອໃຫ້ພວກເຮົາກ້າວເຂົ້າສູ່ງານມະຫາກຳກິລາ ASIAD ແລະ Olympic ໄວກວ່າ. ຕາມການຄິດໄລ່, ຈະບໍ່ແມ່ນເລື່ອງຍາກເພື່ອໃຫ້ກິລາຫວຽດນາມ ຢືນຢູ່ອັນດັບ 1 ຢູ່ SEA Games 31. ໃນຈໍານວນ 522 ຫຼຽນ, ກິລາຫວຽດນາມ ສາມາດຈະຍາດໄດ້ໜ້ອຍສຸດແມ່ນ 160 ຫຼຽນຄໍາ. ໃນຈໍານວນ 40 ປະເພດກິລາທີ່ແຂ່ງຂັນຢູ່ SEA Games 31, ປະເພດກິລາທີ່ຫວຽດນາມ ມີທ່າແຮງ, ຄື: ແລ່ນ ແລະລານ, ຕີດາບ...

ພາຍຫຼັງ SEA Games 22-ປີ 2003, ກິລາຫວຽດນາມ ຢືນຢູ່ໃນທອັບ 3 ຢູ່ SEA Games ຫຼັງຈາກນັ້ນ ແລະບາງຄັ້ງບາງຄາວກິລາຫວຽດນາມ ໄດ້ບືນຕົວຂຶ້ນຢືນຢູ່ອັນດັບ 2 ຢູ່ SEA Games ທີ່ຈັດຕັ້ງຢູ່ຕ່າງປະເທດ, ໃນນັ້ນພົ້ນເດັ່ນທີ່ສຸດແມ່ນ SEA Games 30-ປີ 2019. ຄວາມຈິງ, ປະຈຸບັນຫຼາຍທ້ອງຖິ່ນພວມປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນການແຈ້ງຜົນງານເພື່ອຮັກສາປະເພດກິລາທີ່ມີທ່າແຮງ. ສ່ວນປະເພດໃດບໍ່ສໍາເລັດຄາດໝາຍໃນສອງສາມປີຢ່າງລຽນຕິດຈະຖືກຍົກເວັ້ນ. ເມື່ອເວົ້າເຖິງກິລາແມ່ນເວົ້າເຖິງຈິດໃຈສູງສົ່ງແຕ່ກໍ່ຕ້ອງເວົ້າເຖິງຜົນງານ. "ພະຍາດຜົນງານ" ແມ່ນບໍ່ຄວນ, ແຕ່ຜົນງານແມ່ນກໍາລັງໜູນເພື່ອໃຫ້ແຕ່ລະຫົວໜ່ວຍສູ້ຊົນພັດທະນາກິລາ. ບາງທ້ອງຖິ່ນຢູ່ເຂດຫ່າງໄກສອກຫຼີກຍັງອ່ອນດ້ອຍທາງດ້ານພື້ນຖານວັດຖຸ, ງົບປະມານ, ຮອດເວລາໃດຈຶ່ງຈະຮັບຫຼຽນໃນການແຂ່ງຂັນແລ່ນ ແລະລານ, ລອຍນ້ຳ, ກິລາກາຍຍະກໍາ ຫຼື ຍິງປືນໄດ້? ເຂົາເຈົ້າ ພຽງແຕ່ຫວັງວ່າຈະຍາດໄດ້ຫຼຽນໃນກິລາປະເພດຍິງທະນູ, ຍູ້ໄມ້ ເຊິ່ງແມ່ນປະເພດບໍ່ໄດ້ຮັບຄວາມສົນໃຈຫຼາຍ. ສະນັ້ນ, ຂະແໜງກິລາບໍ່ຄວນຍົກເລີກປະເພດກິລາພື້ນເມືອງອອກຈາກງານມະຫາກໍາກິລາທົ່ວປະເທດ. ນອກຈາກນັ້ນ, ຢູ່ງານແຂ່ງຂັນກິລາຟຸ່ດົ໋ງ ກໍ່ຕ້ອງຄິດໄລ່ເຖິງຂະບວນການກິລາມະຫາຊົນ, ສ້າງກາລະໂອກາດເພື່ອໃຫ້ບັນດານັກກິລານີ້ມຸ່ງໄປເຖິງງານມະຫາກໍາກິລາທົ່ວປະເທດ, SEA Games, ASIAD ແລະສຸດທ້າຍແມ່ນ Olympic.

ສໍາລັບງານມະຫາກໍາກິລາ SEA Games, ກິລາຫວຽດນາມ ຍັງໄດ້ຮັບຜົນງານສູງ, ນໍາມາເຊິ່ງຄວາມມ່ວນຊື່ນໃຫ້ແຟນບານປະເທດຕົນ. ເມື່ອທີມບານເຕະ U.22+2 ຫວຽດນາມ ຍາດໄດ້ຫຼຽນຄໍາ SEA Games 30, ປະຊາຊົນໃນທົ່ວປະເທດໄດ້ສະແດງຄວາມມ່ວນຊື່ນພາຍຫຼັງລໍຖ້າມາຫຼາຍປີ. ທີ່ SEA Games 30-ປີ 2019, ນອກຈາກບານເຕະຊາຍ, ຍິງແລ້ວ, ກິລາຫວຽດນາມ ຍັງສ້າງຜົນງານມະຫັດສະຈັນ ຢືນອັນດັບທີ 2 ໃນຕາຕະລາງສະຫຼຸບຫຼຽນດ້ວຍຜົນງານຂອງບັນດານັກກິລາປະເພດແລ່ນ ແລະລານ, ຕີດາບ, wushu, pencak silat, kurash... ບັນດາຫຼຽນ, ຜົນງານດັ່ງກ່າວ ອີກເທື່ອໜຶ່ງໄດ້ຢືນຢັນຖານະບົດບາດຂອງກິລາຫວຽດນາມ ຢູ່ພາກພື້ນ, ມຸ່ງໄປເຖິງ ASIAD ແລະຄ່ອຍໆ “ຫຍັບ” ຂຶ້ນ Olympic.

ໂດຍ: ເຈິ່ນຮວ່ຽນ