ບານເຕະແມ່ນກິລາປະເພດໜຶ່ງ. ແຕ່ວ່າ, ມັນໄດ້ສ່ອງແສງກໍາລັງຄວາມສາມາດ ແລະເຈດຈໍານົງຂອງປະຊາຊົນຫວຽດນາມ ໃນການແກ່ງແຍ້ງເພື່ອບືນຕົວຂຶ້ນຍາດໄດ້ທີ່ຕັ້ງອັນໝາະສົມ.

ແລະບານເຕະພຽງແຕ່ແມ່ນເຫດການເປີດສາກ. ບໍ່ພຽງແຕ່ໃນການແຂ່ງຂັນບານເຕະ ແລະບໍ່ພຽງແຕ່ຢູ່ອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ ຫາກຜົນງານຂອງພວກເຮົາໃນການຄວບຄຸມພະຍາດໂຄວິດ-19 ກໍ່ໄດ້ຮັບການຮັບຮູ້ຈາກໂລກອີກດ້ວຍ. ຍ້ອນການຄວບຄຸມພະຍາດໂຄວິດ-19 ຜົນສໍາເລັດ, ພວກເຮົາສາມາດຟື້ນຟູພື້ນຖານເສດຖະກິດໄດ້. ເສດຖະກິດໃນປີ 2020 ຍັງເຕີບໂຕໃນລະດັບ 2,91%. ໃນຂະນະນັ້ນ, ພື້ນຖານເສດຖະກິດບັນດາປະເທດໃນໂລກສ່ວນຫຼາຍລ້ວນແຕ່ບັນລຸລະດັບເຕີບໂຕທາງລົບຍ້ອນຜົນກະທົບຫຍໍ້ທໍ້ຂອງພະຍາດໂຄວິດ-19 ນັ້ນ, ນີ້ແມ່ນລະດັບເຕີບໂຕທີ່ເຕັມໄປດ້ວຍຄວາມປະທັບໃຈ ແລະນອນໃນກຸ່ມນໍາໜ້າຢູ່ໂລກ.

leftcenterrightdel
ທີມບານເຕະຊາຍຫວຽດນາມ ສະຫຼອງໄຊໃນການແຂ່ງຂັນຮອບຊີງຊະນະເລີດ SEA Games 30, ປີ 2019. ພາບ: ຈ້ອງຫ໋າຍ.

ບັນດາຜົນງານຜ່ານມາພຽງແຕ່ແມ່ນເຫດການທຳອິດທີ່ສົ່ງສັນຍານໃຫ້ຮູ້ວ່າລະດູບານໃໝ່ວຽນມາ. ເພື່ອມີລະດູບານໃໝ່ເຕັມໄປດ້ວຍຄວາມຜາສຸກ ແລະຄວາມວັດທະນາຖາວອນ, ພວກເຮົາຍັງຈະຕ້ອງສູ້ຊົນຫຼາຍກວ່າອີກ.

ກ່ອນອື່ນໝົດ, ຕ້ອງເສີມຂະຫຍາຍກໍາລັງແຮງລະບອບລະບຽບການ ເຊິ່ງພວກເຮົາມີຢູ່ແລ້ວ. ດ້ວຍຫຼັກການອຳນາດແຫ່ງລັດແມ່ນລວມສູນ, ເປັນເອກະພາບ, ອໍານາດການປົກຄອງສູນກາງມີກໍາລັງແຮງ ແລະສິດອຳນາດຢ່າງຄົບຖ້ວນເພື່ອປະກາດໃຊ້ຂໍ້ຕົກລົງຢ່າງຊັດເຈນ, ວ່ອງໄວໃຫ້ທົ່ວລະບົບ. ນີ້ແມ່ນທ່າໄດ້ປຽບອັນໃຫຍ່ຫຼວງໃນການປ້ອງກັນ, ຕ້ານພະຍາດໂຄວິດ-19. ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ຄວນເນັ້ນໜັກແມ່ນກໍາລັງແຮງຂອງອໍານາດລວມສູນ, ເປັນເອກະພາບຕ້ອງຕິດພັນກັບກໍາລັງແຮງຂອງມາດຕະການວິທະຍາສາດເພື່ອແກ້ໄຂບັນດາບັນຫາສັງຄົມ. ໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ບັນດາຂໍ້ຕົກລົງຂອງອຳນາດການປົກຄອງສູນກາງໄດ້ຮັບການປະກາດໃຊ້ບໍ່ພຽງແຕ່ວ່ອງໄວ, ຊີ້ຂາດເທົ່ານັ້ນ ຫາກຍັງຖືກຕ້ອງທາງດ້ານເຕັກນິກອີກດ້ວຍ. ບັນລຸໄດ້ສິ່ງກ່າວແມ່ນຍ້ອນມີການເສນາທິການໂດຍກົງຈາກບັນດານັກຊ່ຽວຊານແຖວໜ້າກ່ຽວກັບລະບາດວິທະຍາຂອງຫວຽດນາມໃຫ້ແກ່ນາຍົກລັດຖະມົນຕີ ແລະຄະນະຊີ້ນໍາແຫ່ງຊາດ. 

ທີສອງ, ຢຶດໝັ້ນຮູບແບບລັດສ້າງສັນພັດທະນາ. ນີ້ແມ່ນຮູບແບບຈະຊ່ວຍຫວຽດນາມ ບຶນຕົວຂຶ້ນ ແລະ “ກາຍເປັນມັງກອນ" ຄືບັນດາປະເທດອາຊີຕາເວັນອອກສ່ຽງເໜືອ. ຄວາມຈິງແລ້ວ, ນັບແຕ່ເມື່ອກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ, ພວກເຮົາໄດ້ປະຮູບແບບລັດຫັນແຜນການເປັນລວມສູນ ໄປຕສູ່ຮູບແບບລັດສ້າງສັນພັດທະນາ. ພັກ ແລະລັດໄດ້ວາງອອກແນວທາງຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະຮັບຮອງກົນໄກຕະຫຼາດ, ແຕ່ຍັງຖືເປັນສໍາຄັນບົດບາດຄຸ້ມຄອງຂອງລັດ. ເປັນອັນວ່າ, ທຸກພາກສ່ວນມີສ່ວນປະກອບທີ່ສຳຄັນຂອງລັດສ້າງສັນພັດທະນາ ລ້ວນແຕ່ໄດ້ຮັບການຢັ້ງຢືນໃນແນວທາງພັດທະນາຂອງພວກເຮົາ. ຍ້ອນເຫດນັ້ນ, ພື້ນຖານເສດຖະກິດຫວຽດນາມໄດ້ມີການພັດທະນາຢ່າງແຮງໃນໄລຍະຜ່ານມາ. ບັນຫາແມ່ນຕ້ອງເດັດດ່ຽວປະຕິບັດຕາມຮູບແບບນີ້, ຫຼີກເວັ້ນການຮັບເອົາ ແລະຊຸກຍູ້ການປະຕິຮູບຕາມຮູບແບບລັດປັບປຸງ.

ທີສາມ, ຮູບແບບລັດສ້າງສັນພັດທະນາແມ່ນຕ້ອງບຸລິມະສິດ, ຕ້ອງສ້າງເງື່ອນໄຂໃຫ້ບັນດາວິສາຫະກິດພາຍໃນພັດທະນາ. ບໍ່ມີຖັນແຖວບັນດາວິສາຫະກິດພາຍໃນເຂັ້ມແຂງ ແລະພັດທະນາ, ພວກເຮົາຍາກທີ່ຈະມີເອກະລາດ ແລະເປັນເຈົ້າຕົນເອງກ່ຽວກັບເສດຖະກິດໄດ້.

ສໍາລັບວິສາຫະກິດພາຍໃນປະເທດ, ກ່ອນທີ່ສ້າງຄວາມດຶງດູດລູກຄ້າໂລກໄດ້, ສິນຄ້ຂອງາຫວຽດນາມ ຕ້ອງໄດ້ຮັບຄວາມນິຍົມຈາກຊາວຫວຽດນາມ. ການຂົນຂວາຍ "ສິນຄ້າຫວຽດນາມ ສ້າງຄວາມນິຍົມໃຫ້ຊາວຫວຽດນາມ" ແມ່ນສໍາຄັນທີ່ສຸດ. ເພື່ອສ້າງຄວາມນິຍົມໃຫ້ຊາວຫວຽດນາມ. ກ່ອນອື່ນໝົດບັນດາວິສາຫະກິດຫວຽດນາມ ຕ້ອງເອົາໃຈໃສ່ກວ່າອີກເຖິງຄຸນນະພາບຂອງສິນຄ້າ ແລະການບໍລິການທີ່ຕົນສະໜອງ. ນອກນັ້ນການປ່ຽນແປງທິດສະດີດໍາເນີນທຸລະກິດກໍ່ສໍາຄັນທີ່ສຸດ.  ດໍາເນີນທຸລະກິດແມ່ນເພື່ອຊອກຫາກໍາໄລນັ້ນແມ່ນສິ່ງທີ່ໃຜກໍ່ຮູ້ແລ້ວ. ແຕ່ດໍາເນີນທຸລະກິດເພື່ອຮັບໃຊ້ຊາວຫວຽດນາມ ຈຶ່ງນຳມາເຊິ່ງກໍາລັງແຮງດ້ານຈິດໃຈອັນໃຫຍ່ຫຼວງໃຫ້ບັນດາວິສາຫະກິດ.

ທີສີ່, ຕ້ອງປ່ຽນແປງໃໝ່ ແລະປະດິດສ້າງຢ່າງບໍ່ຢຸດຢັ້ງເພື່ອຍົກສູງຄວາມສາມາດແກ່ງແຍ້ງ ແລະບືນຕົວຂຶ້ນ. ສິ່ງສໍາຄັນແມ່ນແກ້ໄຂຄວາມຫຍຸ້ງຍາກທີ່ພວມກີດຂວາງບາດກ້າວເດີນຂອງພວກເຮົາ.

ປີໃໝ່ວຽນມາແລ້ວ. ຄວາມໃຝ່ຝັນບືນຕົວຂຶ້ນຈະນໍາພາທຸກຄວາມພະຍາຍາມຂອງທົ່ວພັກ, ທົ່ວປວງຊົນໃນປີໃໝ່ປະຈໍາຊາດປີສະຫຼູ 2021. ດ້ວຍຈິດໃຈຂອງບານເຕະຫວຽດນາມ, ຂອງການປ້ອງກັນ, ຕ້ານພະຍາດໂຄວິດ-19, ແນ່ນອນວ່າພວກເຮົາຈະບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ຜ່ານຜ່າທຸກສິ່ງທີ່ກີດຂວາງ, ແກ່ງແຍ້ງກັບບັນດາປະເທດອື່ນຢູ່ໃນໂລກ.

ໂດຍ: ເຈິ່ນຮວ່ຽນ