ສອງທີມແຂ່ງຂັນຢ່າງເປັນເຈົ້າການ ແລະສ້າງໂອກາດຍິງປະຕູຂອງກັນໄດ້ຫຼາຍເທື່ອ. ໃນນາທີທີ 74, ກອງຫຼັງ ຫວຽດແອັງ ຂອງສະໂມສອນຮ່າໂນ້ຍໄດ້ຍິງເຂົ້າປະຕູຄູ່ແຂ່ງ. ໃນເວລາທີ່ຍັງເຫຼືອ, ສະໂມສອນ Viettel ຕັດສິນໃຈຢ່າງເດັດດ່ຽວແຕ່ກໍ່ບໍ່ສາມາດຍິງເຂົ້າປະຕູຝ່າຍກົງກັນຂ້າມໄດ້. ຊະນະສະໂມສອນ Viettel ດ້ວຍ 1-0 ປະຕູ, ສະໂມສອນຮ່າໂນ້ຍ ເປັນຄັ້ງທີ 4 ໃນປະຫວັດສາດທີ່ສາມາດຄວ້າໄດ້ຂັນແຫ່ງຊາດພາຍຫຼັງປີ 2010, 2018 ແລະ 2019.

leftcenterrightdel
ຫົວໜ້າທີມສະໂມສອນຮ່າໂນ້ຍ ວັນກວ໊ຽດ ຊູຂັນແຫ່ງຊາດປີ 2020. ພາບ: qdnd.vn.

ແບ່ງປັນພາຍຫຼັງສິ້ນສຸດນັດແຂ່ງຂັນ, ຄູຝຶກ ເຈືອງຫວຽດຮວ່າງ ຖືວ່າ ນາທີທີ 75, ບານໄດ້ຖືກມືນັກກິລາ ຫວຽດແອັງ ຂອງສະໂມສອນຮ່າໂນ້ຍ ແລ້ວ ຢູ່ໃນເຂດຕ້ອງຫ້າມ ແຕ່ກຳມະການບໍ່ເປົ່າໝາກຫວີດ. ໃນຂະນະນັ້ນ, ຄູຝຶກ ຈູດີ່ງຫງຽມ ຕີລາຄາວ່າ ສອງທີມແຂ່ງຂັນໄດ້ເປັນຢ່າງດີ ແລະນາມມະຍົດຂັນແຫ່ງຊາດປີ 2020 ແມ່ນສິ່ງພິເສດກັບສະໂມສອນຮ່າໂນ້ຍ ເມື່ອທີມຄວ້າໄດ້ 3 ປີລຽນຕິດ.

ໂດຍ: ເຈິ່ນຮວ່ຽນ