leftcenterrightdel
ທ່ານ ເຈິ່ນດຶກເຟີ໊ນ ຮອງຫົວໜ້າກົມໃຫຍ່ກິລາກາຍຍະກໍາ. ພາບ: tdtt.gov.vn.

ດ້ວຍບົດບາດແມ່ນອົງການປະຈໍາການຄະນະຈັດຕັ້ງງານມະຫາກໍາກິລາ SEA Games 31 ແລະງານມະຫາກໍາກິລາອາຊຽນ Para Games 11, ກົມໃຫຍ່ກິລາກາຍຍະກໍາໄດ້ຜັນຂະຫຍາຍວຽກງານຫຼາຍຢ່າງເມື່ອສ້າງຕັ້ງ 8/10 ອະນຸກໍາມະການ, ແນະນໍາບັນດາອະນຸກໍາມະການສ້າງລະບຽບການເຄື່ອນໄຫວ, ແຜນການວຽກງານໃຫ້ລະອຽດ. ໃນໄລຍະຈະມາເຖິງ, ກົມໃຫຍ່ກິລາກາຍຍະກໍາຕ້ອງປະຕິບັດບາງໜ້າທີ່ຕົ້ນຕໍ, ລວມມີ: ປະກາດໃຊ້ແຜນການວຽກງານກະກຽມຢ່າງລະອຽດ, ຈັດຕັ້ງ ແລະປະຕິບັດໃຫ້ສໍາເລັດ, ຍື່ນຂໍອະນຸມັດບົດເພງ, ຄໍາຂວັນຂອງ SEA Games 31 ແລະອາຊຽນ Para Games 11; ອະນຸມັດບັນດາວິທີການກ່ຽວກັບການຮັກສາຄວາມສະຫງົບ, ຈໍລະຈອນ, ພະລາທິການ ແລະກວດກາ doping, ໂຄສະນາ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຂົນຂວາຍການອຸປະຖໍາ...

ໂດຍ: ເກື່ອງດັ້ງ