leftcenterrightdel
ການແຂ່ງຂັນໄດ້ດຶງດູດຜູ້ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ. ພາບ: ຕ້າກວນ.

ການແຂ່ງຂັນຄັ້ງນີ້ມີນັກກິລາເຂົ້າຮ່ວມທັງໝົດ 2.500 ກວ່າຄົນໂດຍແບ່ງອອກເປັນ 4 ໄລຍະທາງ, ຄື: 5 ກິໂລແມັດ, 10 ກິໂລແມັດ, ເຄິ່ງ marathon (21 ກິໂລແມັດ) ແລະ full marathon (42 ກິໂລແມັດ). ຜົນການແຂ່ງຂັນປະກົດວ່າ ສໍາລັບໄລຍະທາງ 5 ກິໂລແມັດ, ນັກກິລາຊາຍ ຫງວຽນຕຸ່ງລຶວ ໄດ້ທີ 1 ແລ່ນຊາຍ; ນັກກິລາຍິງ ເຈິ່ນທິທູຮັ່ງ ໄດ້ທີ 1 ແລ່ນຍິງ. ສໍາລັບໄລຍະທາງ 10 ກິໂລແມັດຊາຍ ໄດ້ທີ 1 ແລ່ນຊາຍແມ່ນນັກກິລາຊາຍ ຫງວຽນວັນລາຍ, ໄດ້ທີ 1 ແລ່ນຍິງແມ່ນນັກກິລາຍິງ ເລທິລານ... ລາງວັນທັງໝົດຂອງການແຂ່ງຂັນລວມມູນຄ່າເກືອບ 600 ລ້ານດົ່ງ. ໂດຍໄດ້ຮູ້ແລ້ວວ່າເສັ້ນທາງແລ່ນຂອງການແຂ່ງຂັນໄດ້ຮັບການຄັດເລືອກແມ່ນໜຶ່ງໃນບັນດາເສັ້ນທາງແລ່ນປະທັບໃຈທີ່ສຸດໃນໂລກ.

ໂດຍ: ໄຊຊະນະ