ທີ່ການເຮັດວຽກ, ທ່ານ ເຈິ່ນດຶ໊ກເຟິ໊ນ ຮອງຫົວໜ້າກົມໃຫຍ່ຮັບຜິດຊອບກົມໃຫຍ່ກິລາກາຍຍະກຳ ໄດ້ລາຍງານແຜນການຈັດຕັ້ງ, ວຽກງານກະກຽມຂອງປະເທດເຈົ້າພາບຫວຽດນາມ, ແນະນໍາສັດມົງຄຸນຊາວລາ ແລະໂລໂກ SEA Games 31 ກໍ່ຄືບັນດາສະຖານທີ່ດໍາເນີນການແຂ່ງຂັນ. ເຈົ້າພາບ SEA Games 31 ຈະຈັດຕັ້ງ 36 ປະເພດກິລາຢ່າງເປັນທາງການ ແລະ 4 ປະເພດ ກິລາ ເຊິ່ງບັນດາປະເທດສະເໜີຫຼາຍທີ່ສຸດ, ລວມມີ: Esport, 3 ປະເພດກິລາສົມທົບ, Jujitsu, Bowling.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn.

ຜ່ານການເຮັດວຽກເປັນເວລາ 2 ວັນ, ສະຫະພັນກິລາອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຮອງເອົາກົດລະບຽບ ແລະບົດລາຍງານຂອງບັນດາອະນຸກໍາມະການ, ລວມມີ: ກິລາ ແລະກົດໝາຍ, ສາທາລະນະສຸກ, ແມ່ຍິງ. ກອງປະຊຸມກໍ່ໄດ້ຮັບຟັງແຜນການຈັດຕັ້ງ SEA Games 31 ຢູ່ຫວຽດນາມ ກໍ່ຄືແຜນການ SEA Games 32 ຂອງກໍາປູເຈຍ. ໃນເດືອນມີນາ 2021, ກອງປະຊຸມຫົວໜ້າຄະນະ ຄັ້ງທີ 1 ຂອງ SEA Games 31 ຈະໄດ້ຮັບການຈັດຕັ້ງ.

ໂດຍ: ເຈິ່ນຮວ່ຽນ