leftcenterrightdel
ຄະນະຈັດຕັ້ງ ມອບລາງວັນໃຫ້ບັນດາທີມບານສົ່ງຊາຍ ທີ່ຍາດໄດ້ລາງວັນທີ 1, ທີ 2 ແລະທີ 3. ພາບ: baodaknong.org.vn

ທີ່ການແຂ່ງຂັນບານສົ່ງຊາຍ, ຜົນການແຂ່ງຂັນປະກົດວ່າ ລາງວັນທີ 1 ແມ່ນຂອງທີມທະຫານຊາຍແດນ; ລາງວັນທີ 2 ແມ່ນຂອງທີມເຖ້ກົງ ແລະລາງວັນທີ 3 ແມ່ນຂອງທີມນະຄອນໂຮ່ຈີມິນ. ທີ່ການແຂ່ງຂັນບານສົ່ງຍິງ, ຜົນການແຂ່ງຂັນປະກົດວ່າ, ລາງວັນທີ 1 ແມ່ນຂອງທີມທະນາຄານ ກົງເທືອງ VietinBank, ລາງວັນທີ 2 ແມ່ນຂອງທີມສື່ສານ ລຽນຫວຽດ Postbank ແລະລາງວັນທີ 3 ແມ່ນຂອງທີມ VTC ບິ່ງດຽນ ລອງອານ.

ການແຂ່ງຂັນຊີງຊະນະເລີດບານສົ່ງຊາຍ, ຍິງ U.23 ທົ່ວປະເທດ ປີ 2020 ໄດ້ຈັດຂຶ້ນຢູ່ນະຄອນ ຢາເຫງຍ (ແຂວງດັ໊ກນົງ) ໂດຍສະຫະພັນບານສົ່ງຫວຽດນາມ ສົມທົບກັບຄະນະກໍາມະການປະຊາຊົນແຂວງດັ໊ກນົງ ຈັດຕັ້ງ. ເປັນຄັ້ງທໍາອິດການແຂ່ງຂັນປີນີ້ໄດ້ນໍາເຂົ້າໃນລະບົບການແຂ່ງຂັນລະດັບຊາດ.

ໂດຍ: ໄຊຊະນະ