leftcenterrightdel
ກອງໜ້າ Bruno ຂອງທີມ Viettel ຍິງເຂົ້າປະຕູດຽວໃນການແຂ່ງຂັນ. ພາບ: qdnd.vn.

ຢູ່ຮອບແຂ່ງຂັນສຸດທ້າຍຂອງ V-League 2020, ການແຂ່ງຂັນໄດ້ດໍາເນີນໄປຢ່າງຕື່ນເຕັ້ນ ແລະດຸເດືອດ. ດ້ວຍທິດນໍາທີ່ວ່າ “ປະຕູດຽວກໍພໍແລ້ວ”, Viettel ລົງສະໜາມແຂ່ງຂັນຢ່າງລະມັດລະວັງ, ຍາດແຍ່ງເອົາແຕ່ລະໂອກາດເພື່ອໃຫ້ໄດ້ 3 ຄະແນນ. ຫຼິ້ນບານຊ້າເພື່ອລໍຖ້າໂອກາດ, ຮອດນາທີທີ 18, ທີມ Viettel ສາມາດຍິງເຂົ້າປະຕູທີມໄຊ່ງອນ ເອັບຊີ (ດ້ວຍຜົນງານຂອງກອງໜ້າ Bruno), ເຮັດໃຫ້ທີມ Viettel ຂຶ້ນນໍາທີມໄຊ່ງອນ ເອັບຊີ 1-0 ປະຕູ.

leftcenterrightdel
ຫົວໜ້າທີມ ບຸ່ຍຕ໊ຽນຢຸ້ງ ແລະເພື່ອນຮ່ວມທີມກັບການສະຫຼອງຊະນະເລີດ V-League 2020. ພາບ: qdnd.vn.

ຈົບເກມ, ຜົນປະກົດວ່າ ທີມ Viettel ສາມາດເອົາຊະນະທີມໄຊ່ງອນ ເອັບຊີ ໄປແບບຫວຸດຫວິດ 1-0 ປະຕູ. ຜົນງານນີ້ໄດ້ເຮັດໃຫ້ຄວາມພະຍາຍາມຂອງບັນດານັກເຕະໃນທີມຮ່າໂນ້ຍ ເອັບຊີ ບໍ່ມີຄວາມໝາຍ, ເຖິງວ່າສາມາດເອົາຊະນະທີມຖ່ານກວ໋າງນິງ 4-0 ປະຕູ ກໍຕາມ. ສິ້ນສຸດການແຂ່ງຂັນ V-League 2020, Viettel ເປັນທີມຊະນະເລີດດ້ວຍ 41 ຄະແນນ, ສ່ວນທີມຮ່າໂນ້ຍ ໄດ້ທີ 2 ດ້ວຍ 39 ຄະແນນ.

leftcenterrightdel
ສະໂມສອນ Viettel ຄວ້າໄດ້ແຊ໋ມ V-League 2020. ພາບ: qdnd.vn.

ດ້ວຍການຄວ້າໄດ້ແຊ໋ມ V-League 2020 ນັ້ນ, ທີມ Viettel ຈະຕາງໜ້າໃຫ້ບານເຕະຫວຽດນາມ ເຂົ້າຮ່ວມ AFC Champions League ໃນລະດູການຕໍ່ໄປ. ສ່ວນຮ່າໂນ້ຍ ເອັບຊີ ແລະໄຊ່ງອນ ເອັບຊີ ຈະແຂ່ງຂັນຢູ່ AFC Cup.

ໂດຍ: ໄຊຊະນະ