leftcenterrightdel
ນັກກິລາ ຮວ່າງດຶ໊ກ ແລະທີມ Viettel ພວມມີທ່າໄດ້ປຽບໃນການແຂ່ງຂັນຍາດໄດ້ຊະນະເລີດ V-League 2020. ພາບ: ຫາຍດັງ.

ນັກກິລາ Caique ໄດ້ຍິງເຂົ້າປະຕູໜຶ່ງດຽວໃນນາທີທີ 37, ກ້າວເຂົ້າສູ່ການແຂ່ງຂັນເຄິ່ງເວລາ 2 ທີມຖ່ານກວ໋າງນີງ ກໍ່ຄວາມກົດດັນຢ່າງຕໍ່ເນື່ອງ, ເຮັດໃຫ້ໂກນຂອງຜູ້ຮັກສາປະຕູ ຫງວຽນແມັ້ງ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຖິງຢ່າງໃດກໍ່ຕາມພາຍໃຕ້ການນໍາພາຂອງ ເກ໊ງອັກຫ໋າຍ ທີມ Viettel ສາມາດຍາດໄດ້ໄຊຊະນະ. ດ້ວຍເລື່ອງ Viettel ຍາດໄດ້ໄຊຊະນະຕໍ່ທີມຖ່ານກວ໋າງນີງ, ທີມຮ່າໂນ້ຍ FC ແລະໄຊງ່ອນ FC ຕ້ອງຕັດສິນໃຈຍາດໄດ້ໄຊຊະນະໃນນັດແຂ່ງຂັນທີ່ຈະດໍາເນີນຕອນຄໍ່າວັນທີ 4 ພະຈິກ ຢູ່ສະໜາມກິລາຮ່າງໄດ໋. ຖ້າສອງທີມມີໝາກຜົນສະເໝີກັນທີມ Viettel ຈະຊະນະເລີດ V-League 2020 ກ່ອນຮອບການແຂ່ງຂັນ. 

ໂດຍ: ກວຽດເຕິມ