ວັນບຸນກິລາກາຍຍະກຳດັ່ງກ່າວ ໄດ້ດຳເນີນໃນບັນຍາກາດແຂ່ງຂັນຢ່າງຟົດຟື້ນມ່ວນຊື່ນດ້ວຍບັນດາເນື້ອໃນແຂ່ງຂັນລວມມີ: ໝາກຮຸກ; ບານບ້ວງ... ນັກກິລາເຂົ້າຮ່ວມແມ່ນບັນດາສະມາຊິກທີ່ມາຈາກຫຼາຍສະໂມສອນ, ທີມ, ກຸ່ມພວມເຄື່ອນໄຫວຢູ່ຫໍເຍົາວະຊົນເມືອງ. ຄະນະຈັດຕັ້ງໄດ້ດຳເນີນການສະຫຼຸບ, ມອບລາງວັນຕາມແຕ່ລະເນື້ອໃນແຂ່ງຂັນ.

leftcenterrightdel
ບັນດານ້ອງນ້ອຍນັກຮຽນເຂົ້າຮ່ວມການແຂ່ງຂັນບານບ້ວງ. ພາບ: ຮຸ່ງຄວາ.

ວັນບຸນແມ່ນເພື່ອແນໃສ່ສ້າງເງື່ອນໄຂໃຫ້ເຍົາວະຊົນ-ອະນຸຊົນຢູ່ບໍລິເວນນະຄອນມີໂອກາດພົບປະ, ແລກປ່ຽນບົດຮຽນ, ຝຶກຝົນຫຼໍ່ຫຼອມທັກສະ, ພອນສະຫວັນກິລາ. ຜ່ານວັນບຸນໄດ້ປະກອບສ່ວນລະດົມກຳລັງໃຈ, ສຶກສາອົບຮົມໃຫ້ເຍົາວະຊົນ-ອະນຸຊົນ ຍູ້ແຮງການຝຶກຝົນຫຼໍ່ຫຼອມຮ່າງກາຍຕາມແບບຢ່າງລຸງໂຮ່ຜູ້ທີ່ຍິງໃຫຍ່, ຊ່ວຍບັນດາຫໍເຍົາວະຊົນຄົ້ນພົບ ແລະເລືອກເອົາ, ບຳລຸງບັນດາຜູ້ທີ່ມີຄວາມສາມາດກ່ຽວກັບກິລາເພື່ອເຂົ້າຮ່ວມບັນດາການແຂ່ງຂັນໃນລະດັບສູງກວ່າ.

ໂດຍ: ແສງເດືອນ