leftcenterrightdel
ທີມບານເຕະ U.19 ຫວຽດນາມ ກຽມພ້ອມໃຫ້ແກ່ການແຂ່ງຂັນບານເຕະອາຊີ. ພາບ: nhandan.com.vn.

ບັນດານັກເຕະບານໃນການຝຶກແອບຄັ້ງນີ້ ລ້ວນແຕ່ແມ່ນນັກເຕະບານທີ່ມີຄວາມສາມາດບົ່ມຊ້ອນ ແລະຍາມໃດກໍ່ສະແດງຄວາມມານະພະຍາຍາມ, ມີສະຕິຮໍ່າຮຽນ, ຖອດຖອນບົດຮຽນຈາກຄະນະຄູເຝິກ. ໃນປັດຈຸບັນ, ສະຫະພັນບານເຕະອາຊີ ຍັງບໍ່ທັນຕົກລົງກ່ຽວກັບເລື່ອງຈະຈັດຕັ້ງຮອບຊີງຊະນະເລີດ U.19 ບານເຕະອາຊີ 2020 ຕາມແຜນການແມ່ນໃນເດືອນຕຸລາ ຫຼື ໃນປີ 2021 ເທື່ອ. ເຖິງຢ່າງໃດກໍ່ຕາມ, ຈິດໃຈຂອງສະຫະພັນບານເຕະຫວຽດນາມ ແມ່ນຍາມໃດກໍ່ເປັນເຈົ້າການຮັບປະກັນໃຫ້ທີມບານເຕະ U.19 ຫວຽດນາມ ມີການກະກຽມເປັນຢ່າງດີ ແລະກຽມພ້ອມໃຫ້ແກ່ການແຂ່ງຂັນ.

ໂດຍ: ທູຈາງ