ຕອນບ່າຍວັນທີ 8 ສິງຫາ, ພິທີໄຂການແຂ່ງຂັນກິລາມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນຊາດ ສສ ຫວຽດນາມ (2-9-1945/2-9-2020), ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງຂະແໜງການທູດຫວຽດນາມ (28-8-1945/28-8-2020) ແລະ75 ປີແຫ່ງວັນມູນເຊື້ອຕໍາຫຼວດປະຊາຊົນຫວຽດນາມ (19-8-1945/19-8-2020) ໄດ້ດໍາເນີນຢູ່ນະຄອນຫຼວງວຽງຈັນ. 

leftcenterrightdel
ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ  ກ່າວຄໍາເຫັນທີ່ພິທີໄຂການແຂ່ງຂັນກິລາມິດຕະພາບຫວຽດນາມ-ລາວ. ພາບ: nhandan.com.vn.

ທີ່ພິທີ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ໃຫ້ຮູ້ວ່າ ນີ້ແມ່ນການແຂ່ງຂັນກິລາມິດຕະພາບ, ເຖິງຢ່າງໃດກໍ່ຕາມບັນດານັກກິລາມີລະດັບອາຊີບ, ມີຄວາມຕັດສິນໃຈແຂ່ງຂັນກິລາສູງ ແລະເຕັມໄປດ້ວຍໄມຕີຈິດມິດຕະພາບ. ການແຂ່ງຂັນກິລາມິດຕະພາບແມ່ນກາລະໂອກາດເພື່ອໃຫ້ພະນັກງານ, ພາລະກອນ, ຊາວຫວຽດນາມ ອາໄສຢູ່ລາວ, ວິສາຫະກິດຫວຽດນາມ ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບກັບພະນັກງານ, ພາລະກອນບັນດາກະຊວງ, ຄະນະ, ຂະແໜງການຂອງລາວ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ ແລະລາວ.

leftcenterrightdel
ທະນາຄານຮ່ວມທຸລະກິດລາວ-ຫວຽດນາມ (LaoVietBank) ຍາດໄດ້ລາງວັນທີ 1 ໃນການແຂ່ງຂັນບານເຕະຊາຍ. ພາບ: nhandan.com.vn.

ກ່າວຄໍາເຫັນທີ່ພິທີປິດ, ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ ຢັ້ງຢືນວ່າ ການແຂ່ງຂັນກິລາມິດຕະພາບຄັ້ງນີ້ແມ່ນໂອກາດທີ່ດີເພື່ອໃຫ້ພະນັກງານ, ພາລະກອນບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ແລະພະນັກງານ, ພາລະກອນບັນດາອົງການຕາງໜ້າຂອງຫວຽດນາມ ກໍ່ຄືອົງການຈັດຕັ້ງທີ່ກ່ຽວຂ້ອງອື່ນໆເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ; ຖືວ່ານີ້ກໍ່ແມ່ນການເຄື່ອນໄຫວສໍາຄັນເພື່ອຮັດແໜ້ນຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງບັນດາກະຊວງ, ຂະແໜງການຂອງລາວ ກັບບັນດາອົງການຕາງໜ້າຫວຽດນາມ ປະຈໍາ ລາວ ກວ່າອີກ.

ໂດຍ: ເຈິ່ນຮວ່ຽນ