leftcenterrightdel
ວັດແທກອຸນຫະພູມຮ່າງກາຍໃຫ້ນັກກິລາ ຢູ່ສູນຝຶກແອບກິລາແຫ່ງຊາດຮ່າໂນ້ຍ. ພາບ: ກຸ໊ຍເລື້ອງ.

ກົມໃຫຍ່ກິລາກາຍຍະກໍາ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ຫາກໍ່ມີຈົດໝາຍທາງການຮຽກຮ້ອງໃຫ້ບັນດາກົມ, ສະຫະພັນ, ສະມາຄົມກິລາແຫ່ງຊາດ ຕິດຕາມກວດກາ ແລະເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ-19, ລວມມີ: ກວດກາຄືນແຜນການເປັນເຈົ້າພາບຈັດຕັ້ງການແຂ່ງຂັນກິລາໃນລະບົບແຂ່ງຂັນລະດັບຊາດ ແລະບັນດາຊຸດຝຶກອົບຮົມວິຊາສະເພາະ-ວິຊາການ; ອີງຕາມການຜັນແປຂອງສະພາບພະຍາດໂຄວິດ-19 ເພື່ອສະເໜີໂຈະການຈັດຕັ້ງບັນດາເຫດການກິລານັບແຕ່ປະຈຸບັນເຖິງທ້າຍປີ 2020; ຄຸ້ມຄອງຢ່າງແໜ້ນແຟ້ນ, ຍາມໃດກໍ່ຕິດຕາມ, ກວດກາສຸຂະພາບຂອງນັກກິລາ...

ກົມໃຫຍ່ກິລາກາຍຍະກໍາ ກໍ່ຮຽກຮ້ອງໂຮງໝໍກິລາຫວຽດນາມ ຈັດຕັ້ງການຮັບຄົນເຈັບມາກວດ ແລະປິ່ນປົວພະຍາດ, ກະກຽມພື້ນຖານດ້ານວັດຖຸ, ອຸປະກອນການແພດເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.

ໂດຍ: ເຈິ່ນຮວ່ຽນ