leftcenterrightdel
ການແຂ່ງຂັນລົດຖີບຍິງທົ່ວປະເທດ ຄັ້ງທີ 21. ພາບ: ສໍານັກຂ່າວສານຫວຽດນາມ.

ການແຂ່ງຂັນໄດ້ດໍາເນີນໃນລະຫວ່າງວັນທີ 19-24 ກໍລະກົດ, ມີໄລຍະທາງ 580 ກິໂລແມັດ, ມີນັກກິລາທັງໝົດ 55 ຄົນທີ່ມາຈາກ 9 ສະໂມສອນ. ພາຍຫຼັງພີທີໄຂ, ບັນດານັກກິລາຍິງໄດ້ເຂົ້າຮ່ວມການແຂ່ງຂັນໄລຍະທີ 1 ອ້ອມຖະໜົນເຕິນໂລະກ່ຽວເລືອງ 12 ຮອບຢູ່ນະຄອນເຈົາດົກ (ແຂວງອານຢາງ) ດ້ວຍໄລຍະທາງ 45,6 ກິໂລແມັດ. ໄລຍະທີ 1 ນີ້ຈະຄິດໄລ່ພຽງແຕ່ຄະແນນເສື້ອສີຟ້າເທົ່ານັ້ນ, ແຕ່ບໍ່ໄດ້ຄິດໄລ່ເວລາໃນການແຂ່ງຂັນເສື້ອສີເຫຼືອງ. ຜົນການແຂ່ງຂັນ ປະກົດວ່າ ນັກກິລາຍິງ ຫງວຽນທິເທິດ (ກຸ່ມບໍລິສັດລົກເຈີ່ຍ) ຍາດໄດ້ເສື້ອສີຟ້າ.

ວັນທີ 20 ກໍລະກົດ, ການແຂ່ງຂັນໄລຍະທີ 2 ແມ່ນແຕ່ເຈົາດົກ ຫາ ຮ່າຕຽນ (ແຂວງອານຢາງ) ມີໄລຍະທາງ 90 ກິໂລແມັດ.

ໂດຍ: ເກື່ອງດັ້ງ