leftcenterrightdel
ສະໂມສອນ Viettel ຊະນະ ທີມຫ໋າຍຟ່ອງ ດ້ວຍປະຕູ 4-0. ພາບ: ມີງຕ໊ວນ.

ພຽງແຕ່ໃນເວລາ 6 ນາທີເທົ່ານັ້ນ Viettel ສາມາດຍິງເຂົ້າສາມປະຕູນັ້ນແມ່ນນັກກິລາ Caique (ນາທີທີ 16), Bruno (ນາທີທີ 19) ແລະວັນຮ່າວ (ນາທີທີ 22). ໃນທ່າມກາງບັນຍາກາດແຫ່ງໄຊຊະນະນັ້ນ, ນັກກິລາມີງຕ໊ວນ ໄດ້ປິດສາກການແຂ່ງຂັນລະຫວ່າງ Viettel ແລະຫ໋າຍຟ່ອງ ໃນນາທີທີ 77 ດ້ວຍປະຕູ 4-0. ດ້ວຍໝາກຜົນດັ່ງກ່າວ, ຊ່ວຍໃຫ້ Viettel ບືນຕົວຂຶ້ນໄປຢືນຢູ່ອັນດັບທີ 3 ໃນຕາຕະລາງຈັດອັນດັບມີ 15 ຄະແນນ. ສ່ວນຢູ່ສະໜາມກິລາເກິ໋ມຟ໋າ, ນະຄອນໂຮ່ຈີມິນ ກໍ່ເອົາຊະນະທີມຖ່ານກວ໋າງນີງ ດ້ວຍປະຕູ 3-0. ດ້ວຍການຍິງເຂົ້າປະຕູຂອງກົງເຟື້ອງ (ນາທີທີ 5), Amido (ນາທີທີ 25) ແລະຫວ໊ຽດຝູ (ນາທີທີ 50), ຜ່ານນັ້ນໄດ້ກັບຄືນມາຢືນຢູ່ອັນດັບທີ 1 ຄືເກົ່າດ້ວຍ 17 ຄະແນນ. ຢູ່ສະໜາມກິລາງໍ່ເດົ້າ, ທີມຮວ່າງແອັງຢາລາຍ ສະເໝີ Becamex ບີ່ງເຢືອງ ດ້ວຍປະຕູ 1-1.

ໂດຍ: ເຈິ່ນຮວ່ຽນ