ສໍາລັບປະເພດໝາກບານຄໍາຊາຍ, ນັກເຕະ ໂດ໋ຮຸ່ງຢຸງ ໄດ້ຄວ້າລາງວັນໝາກບານຄໍາຫວຽດນາມ ປີ 2019 ຍ້ອນມີຜົນງານການແຂ່ງຂັນທີ່ດີເດັ່ນທັງຢູ່ໃນລະດັບສະໂມສອນ ແລະທີມຊາດ ແລະໃນທີມ U23 ຫວຽດນາມ. ນອກຈາກລາງວັນໝາກບານຄໍາແມ່ນຂອງນັກເຕະຮຸ່ງຢຸງ ແລ້ວ, ລາງວັນໝາກບານເງິນ ແມ່ນຂອງນັກເຕະຊາຍ ຫງວຽນກວາງຫາຍ, ລາງວັນໝາກບານທອງແມ່ນຂອງນັກເຕະຊາຍ ຫງວຽນຈ້ອງຮວ່າງ...

leftcenterrightdel
ນັກເຕະບານຊາຍ ໂດ໋ຮຸ່ງຢຸງ (ກາງ) ຄວ້າລາງວັນໝາກບານຄໍາຫວຽດນາມ ປີ 2019. ພາບ: qdnd.vn.

ສໍາລັບປະເພດໝາກບານຄໍາຍິງ, ນັກເຕະຍິງ ຮວີ່ງຍື ໄດ້ຄວ້າລາງວັນໝາກບານຄໍາຍິງປີ 2019. ນີ້ແມ່ນປີທີ່ປະສົບຜົນສໍາເລັດທີ່ສຸດຂອງ ຮວີ່ງຍື. ລາວໄດ້ຮັບນາມມະຍົດ “ພົນລະເມືອງໜຸ່ມດີເດັ່ນນະຄອນໂຮ່ຈີມິນ” ປີ 2019 ອີກດ້ວຍ.

ນອກຈາກນັ້ນ, ຄະນະຈັດຕັ້ງກໍ່ເຊີດຊູຄູຝຶກ Park Hang-seo ແລະຄູຝຶກ ມາຍດຶກຈູງ ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນ ແລະຊົມເຊີຍບັນດາການປະກອບສ່ວນທີ່ບໍ່ຮູ້ອິດຮູ້ເມື່ອຍຂອງຄູຝຶກຜູ້ມີຄວາມເກັ່ງກ້າສາມາດສອງທ່ານໃນຜົນສໍາເລັດ ແລະມີຜົນງານກ້າວໜ້າຂຶ້ນເລື້ອຍໆຂອງບານເຕະຫວຽດນາມ ໃນປີ 2019.

ໂດຍ: ເກື່ອງດັ້ງ