leftcenterrightdel
ຊ່ອງໂທລະພາບ FOX Sports ຂອງອາຊີ ຫາກໍ່ເອົາຊື່ກອງກາງ ຫງວຽນກວາງຫາຍ ເຂົ້າໃນບັນຊີລາຍຊື່ບັນດານັກເຕະດີທີ່ສຸດໃນທຸກໆຍຸກສະໄໝຂອງບານເຕະອາຊີ. ພາບ: ເລນາມ.

ດ້ວຍການປະກອບສ່ວນທີ່ໂດດເດັ່ນໃຫ້ແກ່ທີມຊາດຫວຽດນາມ ແລະສະໂມສອນຮ່າໂນ້ຍ, ກອງກາງ ຫງວຽນກວາງຫາຍ ໄດ້ມີຊື່ຢູ່ໃນບັນຊີລາຍຊື່ລວມມີຜູ້ສະໝັກຮັບເລືອກ 9 ຄົນ, ຊ້ຳບໍ່ໜຳລາວຍັງຢືນຢູ່ຕຳແໜ່ງເທົ່າທຽມກັນກັບນັກກິລາດີທີ່ສຸດໃນທະວີບຄົນປະຈຸບັນນັ້ນແມ່ນ Son Heung-min ຂອງ ສ. ເກົາຫຼີ ຫຼື ນັກກິລາ Hidetoshi Nakata ຂອງຍີ່ປຸ່ນ. ພາຍຫຼັງຜ່ານການ ຄັດເລືອກ, FOX Sports ໄດ້ເລືອກເອົາພຽງແຕ່ 3 ຄົນສຸດທ້າຍຈັດເຂົ້າເປັນກຸ່ມນັກເຕະບານດີທີ່ສຸດ 3 ຄົນໃນທຸກໆຍຸກສະໄໝຂອງບານເຕະອາຊີ.

ໂດຍ: ເຈິ່ນຮວ່ຽນ