ໃນ video ທີ່ສະຖານທູດນິວຊີແລນ ປະຈໍາ ຮ່າໂນ້ຍ ເອົາລົງໃນສືສັງຄົມອອນລາຍໃນວັນທີ 20 ມັງກອນ, ທ່ານນາງເອກອັກຄະລັດຖະທູດ ນອກແວ ປະຈໍາ ຫວຽດນາມ ສະແດງວ່າ: ບຸນປີໃໝ່ປະຈໍາຊາດທີ່ວຽນມາ, ຂ້າພະເຈົ້າມ່ວນຊື່ນທີ່ສຸດທີ່ໄດ້ຕ້ອນຮັບບຸນເຕັດກັບບັນດານັກເຕະຍິງດີເດັ່ນຂອງບານເຕະຫວຽດນາມ. ຊົມເຊີຍທີມບານເຕະຍິງຫວຽດນາມ, ຄະນະຄູຝຶກ ແລະ VFF ຍ້ອນມີຜົນສຳເລັດທີ່ສຸດປີ 2019 ”.

leftcenterrightdel
ບັນດາເອກອັກຄະລັດຖະທູດ: ນິວຊີແລນ, ການາດາ,  ນອກແວ ແລະສະວິດ ໄດ້ຖ່າຍ video ອວຍພອນບຸນເຕັດທີມບານເຕະຍິງຫວຽດນາມ. ພາບ: ຕູແອັງ.

ກໍ່ໃນ video ນີ້, ທ່ານນາງ Deborah Paul, ເອກອັກຄະລັດຖະທູດການາດາ ປະຈໍາ ຫວຽດນາມ, ໄດ້ແບ່ງປັນວ່າ: “ບຸນເຕັດແມ່ນຈຸດເວລາທີ່ພວກເຮົາຕອບບຸນແທນຄຸນບັນດາຜົນງານຂອງປີເກົ່າ, ມີຄວາມຫວັງຕໍ່ການເລີ່ມຕົ້ນໃໝ່ ແລະຕ້ອນຮັບລະດູບານໃໝ່”. ທ່ານນາງ Deborah Paul ໃຫ້ຂໍ້ສັງເກດວ່າ: “ການລະດົມຂົນຂວາຍການເຂົ້າຮ່ວມຂອງເພດຊາຍ ແລະເດັກນ້ອຍຊາຍແມ່ນປັດໄຈສໍາຄັນຊ່ວຍມອບສິດ ແລະຍົກສູງທີ່ຕັ້ງໃຫ້ແມ່ຍິງ ແລະເດັກນ້ອຍຍິງ.

ໃນຂະນະນັ້ນ, ທ່ານ David Best, ອຸປະທູດຊົ່ວຄາວສະວິດ ປະຈໍາ ຫວຽດນາມ, ໃຫ້ຮູ້ວ່າ: “... ທີມບານເຕະຍິງຫວຽດນາມ ໄດ້ເຮັດໃຫ້ຄົນທັງຊາດເຫັນໄດ້ວ່າເຂົາເຈົ້າມີຄຸນນະທາດນັ້ນຢ່າງເຕັມປ່ຽມ, ບໍ່ແຕກຕ່າງຫຍັງກັບທີມບານເຕະຊາຍ. ຜົນສໍາເລັດຂອງບັນດານັກເຕະຍິງເຮັດໃຫ້ເຂົາເຈົ້າແມ່ນແບບຢ່າງເພື່ອໃຫ້ແມ່ຍິງ ແລະເດັກນ້ອຍຍິງທົ່ວປະເທດເຮັດຕາມ...”.

ສ່ວນທ່ານນາງ Wendy Matthews, ເອກອັກຄະລັດຖະທູດນິວຊີແລນ ປະຈໍາ ຫວຽດນາມ, ເນັ້ນໜັກວ່າ: “...ພວກເຮົາຕ້ອງມີບັນດາແບບຢ່າງແມ່ຍິງທີ່ຕັ້ງໜ້າເພື່ອໃຫ້ໃຜໆກໍ່ອາດຈະຄິດເຖິງ, ຮໍ່າຮຽນ ແລະສ້າງການປ່ຽນແປງຄືບັນດານັກເຕະຍິງ ແລະຄວາມສາມາດຂອງພວກເຮົາ. ແນ່ນອນວ່າຍາມໃດຂ້າພະເຈົ້າກໍ່ຈະເປັນກຳລັງໃຈໃຫ້ທີມບານເຕະຍິງຫວຽດນາມ”. ສຸດທ້າຍ, ທ່ານນາງ Wendy Matthews ຝາກຄໍາອວຍພອນ: “ ປີໃໝ່ຂໍໃຫ້ເຂົາເຈົ້າມີຄວາມຈະເລີນຮຸ່ງເຮືອງ, ຄວາມຜາສຸກ ແລະມີສຸຂະພາບແຂງແຮງ”.

ໂດຍ: ເກື່ອງດັ້ງ