ຕອນເຊົ້າວັນທີ 5 ມັງກອນ, ມີນັກກິລາເກືອບ 10.000 ຄົນໄດ້ເຂົ້າຮ່ວມການແຂ່ງຂັນແລ່ນມາຣາທອນ ນະຄອນໂຮ່ຈີມິນ, ການແຂ່ງຂັນແລ່ນປະຈໍາປີໄດ້ຈັດຕັ້ງໃນໂອກາດຕົ້ນປີທີ່ສະຫງວນໃຫ້ແກ່ປະຊາຊົນຢູ່ນະຄອນໂຮ່ຈີມິນ. ດ້ວຍສານ “ຍິ່ງກວ່າການແຂ່ງຂັນ”, ປີ 2020 ແມ່ນຄັ້ງທີ 7 ທີ່ການແຂ່ງຂັນແລ່ນນີ້ໄດ້ຈັດຕັ້ງຂຶ້ນ, ເປັນການຢັ້ງຢືນວ່ານີ້ແມ່ນໜຶ່ງໃນບັນດາການແຂ່ງຂັນແລ່ນທີ່ມີມາແຕ່ດົນນານ ແລະປະສົບຜົນສໍາເລັດທີ່ສຸດຢູ່ພາຍໃນປະເທດ.

leftcenterrightdel
ຜ່ານການແຂ່ງຂັນແລ່ນ, ຂະບວນການຝຶກແອບກິລາຍິ່ງໄດ້ຮັບການແຜ່ຂະຫຍາຍຢ່າງແຮງກວ່າ. ພາບ: vov.vn.

ບັນດານັກກິລາເຂົ້າຮ່ວມຈະໄດ້ແຂ່ງກັນໃນໄລຍະທາງຍາວ 42 ກິໂລແມັດ, 21 ກິໂລແມັດ, ຕະຫຼອດຮອດບັນດາໄລຍະທາງສັ້ນ, ຄື: 10 ກິໂລແມັດ, 5 ກິໂລແມັດ ແລະ 1,5 ກິໂລແມັດທີ່ສະຫງວນໃຫ້ແກ່ເດັກນ້ອຍ. ການແຂ່ງຂັນແລ່ນປີນີ້ມີນັກກິລາເກືອບ 1.700 ຄົນທີ່ມາຈາກ  62 ປະເທດ ແລະເຂດແຄ້ວນເຂົ້າຮ່ວມ. ບັນດາປະເທດມີຄົນເຂົ້າຮ່ວມຫຼາຍກວ່າໝູ່ແມ່ນ, ຍີ່ປຸ່ນ, ຈີນ, ສ.ເກົາຫຼີ. ບາງປະເທດທີ່ມີນັກກິລາມາເຂົ້າຮ່ວມເປັນຄັ້ງທໍາອິດແມ່ນ ບູຖານ, ຣາວັນດາ, ຊີຣີ, ແອັດສໂຕນີ.

ໂດຍ: ເຈິ່ນຮວ່ຽນ