FIFA ໄດ້ຄັດເລືອກເອົາ 12 ທີມທີ່ສ້າງຜົນງານໂດຍບັງເອີນທີ່ສຸດໃນປີ 2019, ທີມບານເຕະຫວຽດນາມ ໄດ້ລອດເຂົ້າໄປຢູ່ໃນທອັບນີ້ພ້ອມກັບ ອານເຊລີ, ໄຮຕີ, ອີຣັກ, ຊີຣີ, U.20 ສ.ເກົາຫຼີ, ໂກໂຊໂວ, ກາຕາ, ອູແກຣນ, U.20 ອູແກຣນ, ອີຕາລີເພດຍິງ, ໂຮນລັງເພດຍິງ. ໃນເວັບໄຊ, FIFA ເນັ້ນໜັກວ່າ: “ນີ້ແມ່ນຄັ້ງທໍາອິດໃນປະຫວັດສາດທີ່ທີມບານເຕະຫວຽດນາມ ຊະນະ 3 ນັດລຽນຕິດຢູ່ຮອບຄັດເລືອກ World Cup”.

leftcenterrightdel
ຕ໊ຽນລີງ ສະຫຼອງລູກຍິງເຂົ້າປະຕູທີມຊາດສະຫະລັດ ອາຣັບ ເອັມມີເລັດ (UAE) ຢູ່ຮອບຄັດເລືອກ World Cup 2022. ພາບ: ຫາຍດັງ.

ໃນປີ 2019, ທີມບານເຕະຫວຽດນາມ ປະສົບຜົນສໍາເລັດທີ່ສຸດຢູ່ໃນລາຍການແຂ່ງຂັນຕ່າງໆ. ຄະນະບານເຕະຂອງຄູຝຶກ Park Hang Seo ໄດ້ເຂົ້າຮອບຊີງຊະນະເລີດ Asian Cup ດ້ວຍຜົນງານດີເດັ່ນ. ຢູ່ຮອບຄັດເລືອກທີສອງ World Cup 2022 ພາກພື້ນອາຊີ, ທີມບານເຕະຫວຽດນາມ ພວມນໍາໜ້າກຸ່ມ G ດ້ວຍ 11 ຄະແນນ, ຜ່ານນັ້ນສິ້ນສຸດປີ 2019 ຖືກຈັດຢູ່ອັນດັບທີ 94 ຂອງໂລກ, ອັນດັບທີ 14 ຂອງອາຊີ ແລະອັນດັບ 1 ຂອງອາຊີຕາເວັນອອກສ່ຽງໃຕ້.

ໂດຍ: ຄໍາແພງ