leftcenterrightdel
ພາບປະກອບຄັດຈາກສຳນັກຂ່າວສານຫວຽດນາມ.

ການຜັນຂະຫຍາຍແຜນຮ່າງໄດ້ປະກອບສ່ວນເພີ່ມຈຳນວນຄົນມາຫໍສະໝຸດ ແລະຈຳນວນປຶ້ມໄດ້ນຳມາຮັບໃຊ້ປະຊາຄົມຫຼາຍກວ່າອີກ. ມີກິດຈະກຳແທດຈິງຫຼາຍຢ່າງທີ່ໄດ້ຜັນຂະຫຍາຍ, ຄື: ຈັດຕັ້ງການເສັງ “ທູດວັດທະນະທຳການອ່ານປີ 2019” ໄດ້ດຶງດູດນັກຮຽນ, ນັກສຶກສາກວ່າ 536.000 ຄົນເຂົ້າຮ່ວມ. ບັນດາຜູ້ແທນກໍ່ເຕື້ອງເຖິງບາງບັນຫາຍັງຄົງຄ້າງ, ຈໍາກັດ; ກຳນົດທິດທາງ ແລະບັນດາມາດຕະການລະອຽດ ເພື່ອສືບຕໍ່ຜັນຂະຫຍາຍແຜນຮ່າງໃນໄລຍະຈະມາເຖິງໃຫ້ມີປະສິດທິຜົນ. ເນື່ອງໃນໂອກາດນີ້, ກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວ ໄດ້ມອບລາງວັນໃຫ້ 17 ໝູ່ຄະນະ, 7 ບຸກຄົນທີ່ມີການປະກອບສ່ວນໃຫ້ວັດທະນະທຳການອ່ານປີ 2019.

ໂດຍ: ສົມເພັດ