ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານພົນຈັດຕະວາ ເລດັງຢຸງ, ຜູ້ວ່າການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໄດ້ສົ່ງຄໍາຂອບໃຈ ແລະຊົມເຊີຍຜົນງານທີ່ຍາດຫຼຽນຄໍາໃນການແຂ່ງຂັນບານເຕະຊາຍຂອງທີມບານເຕະ U.22 ຫວຽດນາມ ແລະນັກກິລາ 3 ຄົນແມ່ນ ຫງວຽນຈ້ອງຮວ່າງ, ຫງວຽນດຶ໊ກຈ໊ຽນ, ຫງວຽນຮວ່າງດຶ໊ກ ຂອງສະໂມສອນບານເຕະ Viettel.

leftcenterrightdel
ທ່ານພົນຈັດຕະວາ ເລດັງຢຸງ ກ່າວຄໍາເຫັນທີ່ການພົບປະສັງສັນ. ພາບ: ຟຸ່ງຈາງ.

ທີ່ການພົບປະສັງສັນ, ທ່ານພົນຈັດຕະວາ ເລດັງຢຸງ ຢັ້ງຢືນວ່າ, ທຸກສິ່ງທຸກຢ່າງທີ່ບັນດານັກກິລານໍາມາໃຫ້ນັ້ນແມ່ນຄວາມເຊື່ອໝັ້ນ, ຄວາມຄອງຄອຍຂອງປະຊາຊົນທົ່ວປະເທດ. ພິເສດແມ່ນຫຼຽນຄໍາໃນການແຂ່ງຂັນບານເຕະຊາຍເຊິ່ງຄູຝຶກ Park Hang - seo ແລະທີມບານເຕະ U.22 ຫວຽດນາມ ຍາດໄດ້ຢູ່ຊີເກມຄັ້ງທີ 30. ນັກກິລາ 3 ຄົນທີ່ກຸ່ມບໍລິສັດ Viettel ຍ້ອງຍໍຊົມເຊີຍແມ່ນກອງກາງ ຫງວຽນຈ້ອງຮວ່າງ, ຫງວຽນດຶ໊ກຈ໊ຽນ ແລະຫງວຽນຮວ່າງດຶ໊ກ.

leftcenterrightdel
ກອງກາງ ຫງວຽນຈ້ອງຮວ່າງ ຕາງໜ້າບັນດານັກກິລາກ່າວຄໍາເຫັນສະແດງຄວາມຂອບໃຈ. ພາບ: ຟຸ່ງຈາງ.
leftcenterrightdel
ຄະນະຝຶກແອບ ແລະນັກກິລາ 3 ຄົນຂອງສະໂມສອນ Viettel. ພາບ: ຟຸ່ງຈາງ.
leftcenterrightdel
ບັນດານັກກິລາມອບເສື້ອແຂ່ງຂັນໃຫ້ຄະນະອໍານວຍການກຸ່ມບໍລິສັດ Viettel. ພາບ: ຟຸ່ງຈາງ.

ຕາງໜ້າບັນດານັກກິລາ, ກອງກາງ ຫງວຽນຈ້ອງຮວ່າງ ໄດ້ສະແດງຄວາມຂອບໃຈມາຍັງແຟນບານທັງໝົດທີ່ໄດ້ສົ່ງກຳລັງໃຈໃຫ້ທີມບານເຕະ U.22 ຫວຽດນາມ ແລະພິເສດແມ່ນຂໍຂອບໃຈມາຍັງທ່ານພົນຈັດຕະວາ ເລດັງຢຸງ ແລະກຸ່ມບໍລິສັດ Viettel ຢ່າງເລິກເຊິ່ງ ຍາມໃດກໍ່ສະໜັບສະໜູນ, ເອົາໃຈໃສ່, ຊີ້ນໍາ, ສ້າງເງື່ອນໄຂໃຫ້ບັນດານັກກິລາມີຄວາມອຸ່ນອ່ຽນໃຈແຂ່ງຂັນ ແລະອຸທິດ ສ່ວນ.

ເນື່ອງໃນໂອກາດ, ບັນດານັກກິລາຂອງສູນກໍ່ສ້າງບານເຕະ Viettel ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈ, ມານະພະຍາຍາມໃນການຝຶກແອບ, ກະກຽມແຂ່ງຂັນເຮັດຈົນສຸດຄວາມສາມາດຂອງຕົນຢູ່ບັນດາການແຂ່ງຂັນພາຍໃນ ແລະຕ່າງປະເທດໃນໄລຍະຈະມາເຖິງ.

ໂດຍ: ກວຽດເຕິມ