ໃນກາງເວລາຕັງ 1, ທີມ U22 ຫວຽດນາມເປັນເຈົ້າການໃນການປ້ອງກັນ, ບຸກຕີ. ແຕ່ຮອດນາທີທີ 39. ພາຍຫຼັງການເຕະໂທດຈາກປີກຊ້າຍຂອງນັກເຕະຮຸ່ງຢຸງ, ນັກເຕະວັນເຮົ້າ ໄດ້ໂດດຂຶ້ນໃຊ້ຫົວໂໝ່ງບານເຂົ້າປະຕູ້ທີມ U22 ອິນໂດເນເຊຍ, ຂຶ້ນນຳ 1-0 ປະຕູ.

leftcenterrightdel
ຄວາມມ່ວນຊື່ນເມື່ອໄດ້ຮັບໄຊຊະນະພາຍຫຼັງທີ່ຕ້ອງລໍຖ້າມາເປັນເວລາຫຼາຍທົດສະວັດ. ພາບ: qdnd.vn.

ພາຍຫຼັງລູກຍິງເຂົ້າປະຕູ, ບັນດານັກເຕະທີມ U22 ອິນໂດເນເຊຍ ພະຍາຍາມຊອກໂອກາດຍິງປະຕູທີມ U22 ຫວຽດນາມ. ແຕ່ບໍ່ໄດ້. ເຄິ່ງເວລາຕັງ 2, ການແຂ່ງຂັນດຳເນີນໄປດ້ວຍທ່າໄດ້ປຽບແມ່ນຂຶ້ນກັບທີມ U22 ຫວຽດນາມ. ຮອດນາທີທີ 59, ນັກເຕະຮຸ່ງຢຸງ ໄດ້ຍິງເຂົ້າປະຕູໃຫ້ທີມ U22 ອິນໂດເນເຊຍ ແລະຂຶ້ນນຳ 2-0 ປະຕູ.

ຮັບລູກເສຍທີ 2, ຈິດໃຈແຂ່ງຂັນຂອງນັກເຕະ U22 ອິນໂດເນເຊຍ ເລີ່ມຫຼຸດລົງ. ແຕ່ລະເທື່ອເມື່ອບັນດານັກແຕະ ອິນໂດເນເຊຍ ຂຶ້ນບານລ້ວນແຕ່ຖືກນັກເຕະຫວຽດນາມ ທຳລາຍແບບງ່າຍດາຍ. ຢູ່ນາທີທີ 72, ນັກເຕະວັນເຮົ້າ ສືບຕໍ່ຍິງເຂົ້າປະຕູທີມ U22 ອິນໂດເນເຊຍ ໄດ້ລູກທີ 3.

leftcenterrightdel
ຄວາມເອກອ້າງທະນົງໃຈທີ່ມີຊື່ວ່າ ຫວຽດນາມ. ພາບ: qdnd.vn.

ຍາດໄດ້ໄຊຊະນະໃນການແຂ່ງຂັນຮອບຊິງຊະນະເລີດ, ເປັນຄັ້ງທໍາອິດໃນປະຫວັດສາດທີ່ຫວຽດນາມ ຍາດໄດ້ຫຼຽນຄໍາບານເຕະຊາຍຢູ່ ຊີເກມ. ຂໍອວຍພອນຜົນສໍາເລັດຂອງທີມ U22 ຫວຽດນາມ ກໍ່ຄືແຟນບານຫຼາຍລ້ານຄົນຂອງປະເທດຫວຽດນາມ.

ໂດຍ: ເກື່ອງດັ້ງ