ໃນເຄິ່ງເວລາທໍາອິດ ແລະເຄິ່ງເວລາທີ 2, ທີມບານເຕະຍິງຫວຽດນາມ ໄດ້ແຂ່ງຂັນດ້ວຍຄວາມຕັດສິນໃຈສູງ, ບັນດານັກເຕະບານຍິງຫວຽດນາມ ໄດ້ຜັນຂະຫຍາຍການບຸກຕີຢ່າງລຽນຕິດ.​ ຈົບເວລາແຂ່ງຂັນທາງການ, ທີມບານເຕະຍິງຫວຽດນາມ ສະເໝີທີມບານເຕະຍິງໄທ 0-0 ປະຕູ.

leftcenterrightdel
ຫົວໜ້າທີມ ຮີ່ງຍື ແຂ່ງຂັນໃນວົງປິດຂອງບັນດານັກເຕະບານໄທ. ພາບ: qdnd.vn.

ກ້າວສູ່ການຕໍ່ເວລາພິເສດສາມສິບນາທີ, ບັນດາຄວາມມານະພະຍາຍາມໂດຍບໍ່ຮູ້ອິດບໍ່ຮູ້ເມື່ອຍຂອງທີມບານເຕະຍິງຫວຽດນາມ ສຸດທ້າຍກໍ່ໄດ້ຮັບຜົນ, ດ້ວຍການໃຊ້ຫົວໂໝ່ງບານເຂົ້າປະຕູທີມຊາດ ໄທ ຂອງນັກເຕະ ຫາຍອ໊ຽນ  ໃນນາທີທີ 2, ພາໃຫ້ທີມບານເຕະຍິງຫວຽດນາມ ຊະນະທີມບານເຕະຍິງໄທ ດ້ວຍ 1-0 ປະຕູ.

leftcenterrightdel
 
leftcenterrightdel
ຄວາມເບີກບານມ່ວນຊື່ນຂອງບັນດານັກເຕະຍິງຫວຽດນາມ  ພາຍຫຼັງຍິງເຂົ້າປະຕູຂອງທີມບານເຕະຍິງໄທ. ພາບ: qdnd.vn.

ຈົບເກມຜົນການແຂ່ງຂັນປະກົດວ່າທີມບານເຕະຍິງຫວຽດນາມ ຍາດໄດ້ໄຊຊະນະຕໍ່ທີມບານເຕະຍິງໄທ 1-0 ປະຕູ.

leftcenterrightdel
 
leftcenterrightdel
ທີມບານເຕະຍິງຫວຽດນາມ ຄວ້າແຊັມຊີເກມຄັ້ງທີ 6. ພາບ: qdnd.vn.

ດ້ວຍໝາກຜົນນີ້, ທີມບານເຕະຍິງຫວຽດນາມ ຍາດໄດ້ຫຼຽນຄໍາ ຊີເກມ 30. ນີ້ແມ່ນຜົນງານທີ່ສົມກັບຄວາມມານະພະຍາຍາມຂອງບັນດານັກເຕະບານ ແລະຄູຝຶກ ມາຍດຶກຈູງ ໃນຕະຫຼອດໄລຍະຜ່ານມາ.

ໂດຍ: ເຈິ່ນຮວ່ຽນ