leftcenterrightdel
ນັກເຕະ 11 ຄົນຂອງທີມຊາດ U22 ຫວຽດນາມໃນການແຂ່ງຂັນກັບທີມຊາດ U22 ກຳປູເຈຍ. ພາບ: ຈ້ອງຫາຍ.
leftcenterrightdel
 
leftcenterrightdel
ແຟນບານຫວຽດນາມ ມາຊົມມາເຊຍທີມຊາດຫວຽດນາມ. ພາບ: ຈ້ອງຫາຍ.

ກ້າວສູ່ເຄິ່ງເວລາທໍາອິດ, ທີມຊາດຫວຽດນາມ ຜັດປ່ຽນກັນນໍາໃຊ້ລະບົບເກມ ຫຼິ້ນ 3-4-3 (ເກມບຸກ) ແລະ 3-5-2 (ເກມຮັບ). ໃນນາທີໆ 20, ກອງໜ້າ ຕ໊ຽນລິງ ໃຊ້ຫົວໂໝ່ງເຂົ້າປະຕູທີມຊາດກໍາປູເຈຍ ເຮັດໃຫ້ທີມຊາດຫວຽດນາມ ຂຶ້ນນໍາ 1 -0. ແລະໃນນາທີໆ 26, ນັກເຕະ ດຶກຈິງ ໄດ້ຍິງປະຕູເພີ່ມໜຶ່ງລູກ ເຮັດໃຫ້ທີມຊາດຫວຽດນາມ ຂຶ້ນນໍາ 2-0 ປະຕູ.

leftcenterrightdel
 
leftcenterrightdel
 

leftcenterrightdel
 
leftcenterrightdel
ຕ໊ຽນລິງ ສະຫຼອງລູກຍິງຂອງຕົນ. ພາບ: ຈ້ອງຫາຍ.
leftcenterrightdel
ຄວາມພາກພູມໃຈຂອງແຟນບານ. ພາບ: ຈ້ອງຫາຍ.
leftcenterrightdel
ດຶກຈິງ ຍິງໄດ້ປະຕູທີ 2 ໃຫ້ແກ່ທີມຊາດ U22ຫວຽດນາມ. ພາບ: ຈ້ອງຫາຍ.
leftcenterrightdel
ການສະຫຼອງພາຍຫຼັງ ລູກຍິງຂອງດຶກຈິງ. ພາບ: ຈ້ອງຫາຍ.

ກ່ອນຈະສິ້ນສຸດເຄິ່ງເວລາທໍາອິດ, ດຶກຈິງ ໄດ້ລູກຍິງທີ 2 ເຮັດໃຫ້ທີມຊາດຫວຽດນາມ ຂຶ້ນນໍາທີມຊາດ ກໍາປູເຈຍ 3-0 ປະຕູ.

ກ່າວສູ່ເຄິ່ງເວລາທີສອງ, ໃນນາທີໆ 68, ທີມຊາດຫວຽດນາມ ໄດ້ປະຕູທີ 4 ເຮັດໃຫ້ U22 ຫວຽດນາມ  ຂຶ້ນນໍາ 4-0. ແລະໃນໄລຍະຕໍ່ເວລາພິເສດ ທີມຊາດກໍາປູເຈຍ ໄດ້ຍິງລູກຈຸດໂທດ ແຕ່ພັດບໍ່ເຂົ້າ.

leftcenterrightdel
ດຶກຈິງ ແລະເພື່ອນຮ່ວມທີມ ສະຫຼອງປະຕູທີ 3. ພາບ: ຈ້ອງຫາຍ.
leftcenterrightdel
ວັນຕ໊ວານ ສາມາດເຊບລູກຍິງຈຸດໂທດຂອງ Keo Sokpheng ໄດ້ຢ່າງດີເດັ່ນ. ພາບ: ຈ້ອງຫາຍ.
leftcenterrightdel
ຄວາມພາກພູມໃຈຂອງແຟນບານ. ພາບ: ຈ້ອງຫາຍ.

ຈົບເກມ, ຜົນການແຂ່ງຂັນປະກົດວ່າ, ທີມຊາດຫວຽດນາມ ຊະນະທີມຊາດ ກໍາປູເຈຍ 4-0 ປະຕູ ແລະເຂົ້າຮອບຊີງຊະະນະເລີດ ພົບກັບທີມຊາດ ອິນໂດເນເຊຍ ໃນການແຂ່ງຂັນບານເຕະຊາຍ ຊີເກມຄັ້ງທີ 30.

ໂດຍ: ໄຊຊະນະ