ໃນນັດສຸດທ້າຍຂອງການແຂ່ງຂັນບານເຕະຊາຍລະຫວ່າງ U22 ຫວຽດນາມ ພົບກັບ U22 ໄທ ໄດ້ດຳເນີນຢ່າງດຸເດືອດ, ຂ້ຽວຂາດ. ໃນນາທີທີ 5 ຜູ້ຮັກສາປະຕູ ວັນຕວ໊ານ ໄດ້ຍິງບານຖືກນັກເຕະໄທ ພາໃຫ້ບານເຂົ້າປະຕູຫວຽດນາມ ເຮັດໃຫ້ທີມຊາດໄທ ຂຶ້ນນໍາ 1-0 ປະຕູ. ໃນນາທີ 11, ນັກເຕະ Suphanat ຂອງທີມຊາດໄທ ສືບຕໍ່ຍິງປະຕູເພີ່ມເຮັດໃຫ້ທີມຊາດໄທ ຂຶ້ນນໍາ 2-0 ປະຕູ.

leftcenterrightdel
 
leftcenterrightdel
 
leftcenterrightdel
ໃນນາທີ 15, ນັກເຕະ ຕ໊ຽນລິງ ໃຊ້ຫົວໂໝ່ງເຂົ້າປະຕູທີມຊາດໄທ ເຮັດໃຫ້ທີມຊາດຫວຽດນາມ ໄລ່ທີມຊາດໄທ 1-2 ປະຕູ. ພາບ: qdnd.vn

ໃນນາທີ 15, ນັກເຕະ ຕ໊ຽນລິງ ໃຊ້ຫົວໂໝ່ງເຂົ້າປະຕູທີມຊາດໄທ ເຮັດໃຫ້ທີມຊາດຫວຽດນາມ ໄລ່ທີມຊາດໄທ 1-2 ປະຕູ. ຈົບເຄິ່ງເວລາທໍາອິດ, ຜົນປະກົດວ່າ, U22 ໄທ ຂຶ້ນນໍາ U22 ຫວຽດນາມ 2-1 ປະຕູ.

leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
 
leftcenterrightdel
ນັກເຕະສອງທີມ ຍາດບານຢ່າງດຸເດືອດ ແລະຂ້ຽວຂາດ. ພາບ: qdnd.vn

ກ້າວສູ່ເຄິ່ງເວລາທີສອງ, ທີມຊາດຫວຽດນາມ ໄດ້ເປັນເຈົ້າການຫຼິ້ນໄວກວ່າເຮັດໃຫ້ສະຖານະການຂອງທີມຊາດຫວຽດນາມ ມີການປ່ຽນແປງຫຼາຍ ແລະໄດ້ຈຸດໂທດໃນນາທີໆ 69 ຈາກການຍິງຂອງ ຕ໊ຽນລິງ ເຮັດໃຫ້ທີມຊາດຫວຽດນາມ ສະເໝີທີມຊາດໄທ 2-2 ປະຕູ.

leftcenterrightdel
U22 ຫວຽດນາມ ຢືນອັນດັບທີ 1 ຂອງກຸ່ມ B. ພາບ: qdnd.vn.

ຈົບເກມ ທີມຊາດຫວຽດນາມ ໄລ່ຕີສະເໝີ ທີມຊາດໄທ 2-2 ປະຕູ, ພາໃຫ້ທີມຊາດຫວຽດນາມ ລອດຈາກຄວາມປະລາໄຊ ແລະກ້າວເຂົ້າສູ່ຮອບ 4 ທີມ, ສ່ວນທີມຊາດໄທ ຕົກຮອບຄັດເລືອກ.

ແລະເວລາ 19:00 ໂມງ, U22 ຫວຽດນາມ ຈະລົງແຂ່ງຂັນເຕະກັບ U22 ກໍາປູເຈຍ ໃນວັນທີ 7 ທັນວາ 2019 ຈະມາເຖິງ.

ໂດຍ: ໄຊຊະນະ