ໃນເຄິ່ງເວລາທໍາອິດ, ທີມຊາດຫວຽດນາມ ບໍ່ສາມາດຍິງປະຕູໄດ້. ຈົບເຄິ່ງເວລາທໍາອິດ, ສອງທີມສະເໝີກັນ 0-0 ປະຕູ. ກ້າວສູ່ເຄິ່ງເວລາທີ 2, ຄູຝຶກ Park Hang-seo ໄດ້ປ່ຽນລະບົບເກມຫຼິ້ນຢ່າງມີປະສິດທິຜົນ. ໃນນາທີທີ 85,  ນັກເຕະບານ ດຶກຈິງ ໃຊ້ຫົວໂໝ່ງເຂົ້າປະຕູທີມຊາດສິງກະໂປ ພາໃຫ້ທີມຊາດຫວຽດນາມ ຂຶ້ນນໍາທີມຊາດສິງກະໂປ 1-0 ປະຕູ, ຈົບເກມຜົນການແຂ່ງຂັນປະກົດວ່າ U22 ຫວຽດນາມ ຊະນະຫວຸດຫວິດ U22 ສິງກະໂປ 1-0 ປະຕູ, ທີມຊາດຫວຽດນາມເກັບໄດ້ 3 ຄະແນນ.

leftcenterrightdel
ລູກຍິງຂອງດຶກຈິງ ເຮັດໃຫ້ທີມຊາດຫວຽດນາມ ຊະນະຫວຸດຫວິດ ທີມຊາດສິງກະໂປ 1-0 ປະຕູ. ພາບ: ຈ້ອງຫາຍ.

ໃນຂະນະດຽວກັນ,  U22 ອິນໂດເນເຊຍ ຊະນະ U22 ບຣູໄນ 8-0 ປະຕູ. ສະນັ້ນ, ພາຍຫຼັງ 4 ນັດຢູ່ກຸ່ມ B, U22 ຫວຽດນາມ ຢືນອັນດັບ 1  ມີ 12 ຄະແນນ ປະຕູໄດ້ເສຍ+13; U22 ອິນໂດເນເຊຍ ຢືນອັນດັບທີ 2 ມີ 9 ຄະແນນ ປະຕູໄດ້ເສຍ +11; U22 ໄທ ຕົກອັນດັບທີ 3 ມີ 9 ຄະແນນ ແຕ່ປະຕູໄດ້ເສຍ + 10.

ໃນນັດສຸດທ້າຍທີ່ດໍາເນີນໃນເວລາ 15:00 ໂມງ ຂອງວັນທີ 5 ທັນວາ 2019, U22 ຫວຽດນາມ ຈະພົບກັບ U22 ໄທ. ຖ້າວ່າ U22 ຫວຽດນາມ ສະເໝີ U22 ໄທ, ທີມຊາດຫວຽດນາມ ມີສິດໄປຕໍ່.

ໂດຍ: ໄຊຊະນະ