ບໍ່ຄືກັນກັບການແຂ່ງຂັນສອງນັດກ່ອນນີ້, U.22 ຫວຽດນາມ ຕ້ອງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງພາຍຫຼັງທີ່ U.22 ອິນໂດເນເຊຍ ຍິງໄດ້ປະຕູລູກທຳອິດໃນນາທີທີ 23, ດ້ວຍຜົນຂອງນັກເຕະບານ Rizki Sani.

leftcenterrightdel
ບັນດານັກເຕະບານແບ່ງປັນຄວາມປິຕິຊົມຊື່ນກັບນັກເຕະບານຮວ່າງດຶກ. ພາບ: qdnd.vn.

ຮອດຕັງທີສອງ, U.22 ຫວຽດນາມ ໄດ້ແຂ່ງຂັນດ້ວຍຄວາມຕັດສິນໃຈສູງ ແລະມານະພະຍາຍາມທີ່ສຸດ, ຮອດນາທີທີ 64 ນັກເຕະບານຫງວຽນແທັ່ງຈູງ ຍິງປະຕູໄດ້, ສ້າງຄວາມສະເໝີກັນ 1-1 ປະຕູ. ຮອດທ້າຍຕັງທີສອງ, ນັກເຕະບານຮວ່າງດຶກ ໄດ້ຍິງເຂົ້າປະຕູ U.22 ອິນໂດເນເຊຍ ໃນນາທີ 90+1 ນໍາເອົາໄຊຊະນະມາໃຫ້ U.22 ຫວຽດນາມ ດ້ວຍ 2-1 ປະຕູ.

ພາຍຫຼັງການແຂ່ງຂັນ 3 ນັດຢູ່ກຸ່ມ B, U.22 ຫວຽດນາມ ໄດ້ນໍາໜ້າກຸ່ມດ້ວຍ 9 ຄະແນນ, ຖັດມາແມ່ນ U.22 ໄທ ແລະ U.22 ອິນໂດເນເຊຍ ດ້ວຍ 6 ຄະແນນ. ໃນວັນທີ 3 ທັນວາ, U.22 ຫວຽດນາມ ຈະພົບກັບ U.22 ສິງກະໂປ, U.22 ໄທ ຈະພົບກັບ U.22 ລາວ, ສ່ວນ U.22 ອິນໂດເນເຊຍ ຈະພົບກັບ U.22 ບຣູໄນ.

ໂດຍ: ທະນາພອນ