leftcenterrightdel
ກອງໜ້າ ຕ໊ຽນລິງ ຍິງໄດ້ປະຕູທໍາອິດຢູ່ ຊີເກມ ຄັ້ງທີ 30. ພາບ: qdnd.vn.

ໂດຍແມ່ນທີມໄດ້ຮັບຖືວ່າແຂງທີ່ສຸດ, U22 ຫວຽດນາມ ໄດ້ຊະນະ U22 ລາວ ດ້ວຍ 6-1 ປະຕູ, ໃນ 2 ນາທີທຳອິດຂອງການແຂ່ງຂັນ ກອງໜ້າ ຕ໊ຽນລິງ ໄດ້ຍິງປະຕູລູກທໍາອິດຢ່າງງ່າຍດາຍເຮັດໃຫ້ທີມຊາດຫວຽດນາມ ຂຶ້ນນໍາ 1-0 ປະຕູ. ໃນນາທີທີ 17 ຕ໊ຽນລິງ ສືບຕໍ່ຍິງປະຕູເພີ່ມເປັນ 2-0 ປະຕູ.

leftcenterrightdel
ຕ໊ຽນລິງ ເໝົາຜູ້ດຽວໄດ້ 3 ປະຕູ ໃຫ້ແກ່ U22 ຫວຽດນາມ. ພາບ: qdnd.vn.

ໃນເຄິ່ງເວລາຕັງ 2, ຄູຝຶກ Park Hang Seo ແລະລູກສິດສືບຕໍ່ກໍ່ຄວາມດັນໃຫ້ U22 ລາວ, ໃນນາທີທີ 53 ນັກເຕະ ຮຸ່ງຢຸ້ງ ໄດ້ຍິງປະຕູລູກທີ 3 ແລະນາທີທີ 56 ກອງໜ້າ ຕ໊ຽນລິງ ໄດ້ຍິງປະຕູລູກທີ 4 ເຮັດໃຫ້ທີມຊາດຫວຽດນາມ ຂຶ້ນນໍາ 4-0 ປະຕູ. ໃນນັ້ນສະເພາະກອງໜ້າ ຕ໊ຽນລິງ ຍິງປະຕູໄດ້ 3 ລູກ.

leftcenterrightdel
ກວາງຫາຍ ສະແດງພອນສະຫວັນຂອງຕົນໃນການຫຼິ້ນບານນັດນີ້. ພາບ: qdnd.vn

ຮອດນາທີທີ 60, U22 ລາວ ຍິງປະຕູໄດ້ລູກໜຶ່ງຕໍ່ທີມຊາດຫວຽດນາມ, ກ່ອນຈະຈົບເກມນີ້, ທີມຊາດຫວຽດນາມ ສືບຕໍ່ຍິງປະຕູໄດ້ 2 ລູກ ຈາກລູກຍິງຂອງນັກເຕະ ຈ້ອງຮວ່າງ  ໃນນາທີ 83 ແລະນາທີ 90+3 ຈາກລູກຍິງ ຂອງ ກວາງຫາຍ.

ຈົບເກມ ທີມຊາດຫວຽດນາມ ເອົາຊະນະທີມຊາດລາວ 6-1 ປະຕູ. ນີ້ແມ່ນໄຊຊະນະນັດທີ 2 ຕໍ່ເນື່ອງກັນຂອງຄູຝຶກ Park Hang Seo ແລະລູກສິດ, ດ້ວຍຜົນດັ່ງກ່າວ U22 ຫວຽດນາມ ສືບຕໍ່ນຳໜ້າກຸ່ມ B ໃນງານມະຫາກໍາກິລາ ຊີເກມ ຄັ້ງທີ 30.

ໂດຍ: ໄຊຊະນະ