ພາຍຫຼັງການແຂ່ງຂັນມາເປັນເວລາ 13 ວັນ, ການແຂ່ງຂັນຍິງປືນ AARM-29 ໄດ້ສິ້ນສຸດລົງດ້ວຍຜົນງານອັນດັບທີ 1 ແມ່ນທີມໄທ. ຄະນະຫວຽດນາມ ຢືນອັນດັບທີ 3 ດ້ວຍຜົນງານຫຼຽນຄໍາ 9 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະຫຼຽນທອງ 12 ຫຼຽນ. ເຊິ່ງບໍ່ພຽງແຕ່ແມ່ນບ່ອນແຂ່ງຂັນລະຫວ່າງບັນດານັກຍິງປືນທີ່ມີຄວາມເກັ່ງກ້າສາມາດທີ່ສຸດໃນກໍາລັງທະຫານບົກ 10 ປະເທດອາຊຽນເທົ່ານັ້ນ ຫາກ AARM ຍັງແມ່ນໂອກາດເພື່ອຍົກສູງນໍ້າໃຈມິດຕະພາບ, ຄວາມເຂົ້າໃຈ, ຮໍ່າຮຽນເຊິ່ງກັນ ແລະກັນ ແລະປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງກອງທັບບັນດາປະເທດໃນພາກພື້ນ.

leftcenterrightdel
ຫົວໜ້າບັນດາຄະນະກິລາເຂົ້າຮ່ວມ AARM 29 ຖ່າຍຮູບລວມທີ່ພິທີປິດ. ພາບ: ຮືວຈ໊ຽນ.

ຕີລາຄາສູງຄວາມມານະພະຍາຍາມຂອງຄະນະຍິງປືນຫວຽດນາມ, ທ່ານພົນຕີ ຫງວຽນເຕິນເກືອງ ຖືວ່າໝາກຜົນການແຂ່ງຂັນໄດ້ສ່ອງແສງຖືກຕ້ອງຕາມຄຸນນະພາບການຝຶກແອບການທະຫານ, ຝຶກຝົນຫຼໍ່ຫຼອມທັກສະ, ຄຸນນະທາດແຂ່ງຂັນຂອງບັນດານັກກິລາທະຫານຫວຽດນາມ. ພ້ອມທັງເຊື່ອໝັ້ນວ່າ, ການເສີມຂະຫຍາຍຜົນງານ ແລະບັນດາບົດຮຽນທີ່ໄດ້ຮັບເອົາຈາກການແຂ່ງຂັນ, ທີມຍິງປືນຫວຽດນາມ ຈະສືບຕໍ່ຍົກສູງຄຸນນະພາບການຝຶກແອບ, ຍາດໄດ້ອັນດັບສູງກວ່າໃນການແຂ່ງຂັນຄັ້ງຕໍ່ໄປ.

ໂດຍ: ເຈິ່ນຮວ່ຽນ