leftcenterrightdel
ກອງຫຼັງ ແທງທິ້ງ (ເບື້ອງຂວາ) ແຂ່ງຂັນຈົນສຸດຄວາມສາມາດຂອງຕົນ. ພາບ: ດຶກດົ່ງ.

ບໍ່ຍາກເພື່ອໃຫ້ແຟນບານ ຄາດເດົາກ່ຽວກັບໄຊຊະນະຂອງ U.22 ຫວຽດນາມ ທີ່ເຕະກັບ U.22 ບຣູໄນ. ສິ່ງທີ່ຫຼາຍຄົນສົນໃຈຕໍ່ເກມນີ້ແມ່ນຄູຝຶກ Park Hang-seo ແລະນັກເຕະ ຈະຍິງເຂົ້າຈັກລູກ ແລະຍາດໄດ້ຊະນະດ້ວຍວິທີໃດ. ລູກເຕະ poker ຂອງດຶກຈິງ (ໃນນາທີທີ 10, 23, 48, 46), ພ້ອມກັບການຍິງປະຕູຂອງ ຫວຽດຮຶງ ໃນນາທີທີ 60 ແລະຈ້ອງຮຸ່ງ ໃນນາທີທີ 83 ພາໃຫ້ທີມ U.22 ຫວຽດນາມ ຊະນະ U.22 ບຣູໄນ 6-0.

leftcenterrightdel
ກອງໜ້າ ດຶກຈິງ - ນັກເຕະຍິງເຂົ້າປະຕູໄດ້ 4 ລູກ ໃນເກມນີ້. ພາບ: ດຶກດົ່ງ.

ກໍຄືຢູ່ທີມຊາດ ແລະທີມໂອລິມປິກ, ຄູຝຶກ Park Hang-seo ສືບຕໍ່ສ້າງລະບົບເກມຫຼິ້ນ 3-4-3 ໃຫ້ທີມ U.22 ຫວຽດນາມ... U.22 ຫວຽດນາມ ຊະນະ U.22 ບຣູໄນ 6-0 ແມ່ນສິ່ງທີ່ແນ່ນອນຢູ່ແລ້ວ ແລະໄດ້ຄາດເດົາໄວ້ລ່ວງໜ້າ. ໄລຍະທາງຕໍ່ໜ້າຂອງ U.22 ຫວຽດນາມ ຢູ່ງານມະຫາກໍາກິລາ ຊີເກມ 30  ຍັງຍາວຢູ່. ເຊື່ອວ່າ, ດ້ວຍໄຊຊະນະໃນເກມນີ້ຈະຊ່ວຍໃຫ້ທີມ U.22 ຫວຽດນາມ ມີຄວາມໝັ້ນໃຈກວ່າໃນການແຂ່ງຂັນນັດຕໍ່ໄປ.

ໂດຍ: ໄຊຊະນະ