ເຂົ້າຮ່ວມພິທີສະຫຼຸບ ແລະມອບລາງວັນມີທ່ານ ເຈິ່ນບິ່ງມິງ, ຜູ້ອໍານວຍການໃຫຍ່ສະຖານີໂທລະພາບຫວຽດນາມ; ທ່ານ ຮີ່ງແຄ໊ງຕວ່ານ, ຮອງປະທານຜູ້ປະຈໍາການຄະນະກໍາມະການປະຊາຊົນແຂວງກວ໋າງນາມ; ທ່ານ ຫງວຽນຮົ່ງມີງ, ຮອງຫົວໜ້າກົມໃຫຍ່ກິລາກາຍຍະກໍາ; ທ່ານພົນຈັດຕະວາ ຟ້າມວັນຮ໊ວນ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ, ປະທານສະຫະພັນລົດຖີບ-ລົດຈັກກິລາຫວຽດນາມ.

leftcenterrightdel
ຄະນະຈັດຕັ້ງມອບລາງວັນໃຫ້ບັນດາທີມໄດ້ຮັບຜົນງານດີເດັ່ນທີ່ສຸດ. ພາບ: ວັນຈູງ.
leftcenterrightdel
ຄະນະຈັດຕັ້ງເຊີດຊູບັນດາອົງການຈັດຕັ້ງ, ບຸກຄົນຮ່ວມເດີນທາງພ້ອມກັບການແຂ່ງຂັນ. ພາບ: ວັນຈູງ.
leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ວັນຈູງ.

ການແຂ່ງຂັນດັ່ງກ່າວ, ດໍາເນີນໃນລະຫວ່າງວັນທີ 1-8 ກັນຍາ, ນັກປັ່ນລົດຖີບ 84 ຄົນຂອງ 12 ທີມພາຍໃນປະເທດ ແລະສາກົນໄດ້ແຂ່ງຂັນຢູ່ 8 ໄລຍະທາງດ້ວຍຄວາມຍາວ 1.045 ກິໂລແມັດ.

ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 8 ກັນຍາ, ສິ້ນສຸດໄລຍະທາງທີ 8 ເຊິ່ງແຂ່ງຂັນອ້ອມຮອບແຂວງກວ໋າງນາມ ດ້ວຍຄວາມຍາວ 174 ກິໂລແມັດ, ບັນດານັກປັ່ນລົດຖີບທີມ Bike Life ດົ່ງນາຍ ບໍ່ພຽງແຕ່ປ້ອງກັນໄດ້ເສື້ອສີເຫຼືອງໃຫ້ແກ່ Loic Desriac, ລາງວັນທີໜື່ງໝູ່ຄະນະເທົ່ານັ້ນ, ຫາກຍັງຍາດໄດ້ເສື້ອສີຂຽວ, ເມື່ອນັກປັ່ນລົດຖີບ Jordan Parra ເປັນຜູ້ທໍາອິດໄປຮອດເປົ້າໝາຍອີກດ້ວຍ. ເສື້ອສີຂາວໄດ້ມອບໃຫ້ນັກປັ່ນລົດຖີບ ກວ່າງວັນເກື່ອງ (ໂລກເຈີ່ຍອານຢາງ). ເສື້ອສີແດງມອບໃຫ້ນັກປັ່ນລົດຖີບ Javier Perez ຂອງ VUS ນະຄອນໂຮ່ຈີມິນ, ທີມຍາດໄດ້ລາງວັນທີສາມໝູ່ຄະນະ. ລາງວັນທີສອງໝູ່ຄະນະແມ່ນມອບໃຫ້ທີມຟີລິບປິນ.

ດ້ວຍຫົວຂໍ້ “ການເດີນທາງມໍລະດົກ” ການແຂ່ງຂັນລົດຖີບສາກົນ VTV ຊີງຂັນ ໂຕນຮວາແຊນ 2019 ແມ່ນເຫດການກິລາຕິດພັນກັບການໂຄສະນາມໍລະດົກ, ວັດທະນະທໍາ, ທັດສະນີຍະພາບຫວຽດນາມ.

ໂດຍ: ເຈິ່ນຮວ່ຽນ