ທ່ານ ຫງວຽນຊວນຟຸກ ປາດຖະໜາ ແລະອວຍພອນທີມບານເຕະຈົ່ງເອົາໃຈໃສ່, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຍາດໄດ້ໝາກຜົນດີທີ່ສຸດໃນການແຂ່ງຂັນນັດທໍາອິດໃນຮອບຄັດເລືອກຄັ້ງທີ 2 ຂອງ World Cup 2022 ພາກພື້ນ ອາຊີ.

leftcenterrightdel
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ  ພົບປະທີມບານເຕະແຫ່ງຊາດຫວຽດນາມໃນການແຂ່ງຂັນ AFF Suzuki Cup 2018. ພາບປະກອບຈາກ: baochinhphu.vn.

ຄໍາລະດົມກໍາລັງໃຈຂອງທ່ານນາຍົກລັດຖະມົນຕີ ທີ່ໄດ້ສົ່ງເຖິງທີມບານເຕະແຫ່ງຊາດໃນວັນບຸນທີ່ສໍາຄັນຂອງປະເທດນັ້ນ ໄດ້ເພີ່ມກໍາລັງແຮງ, ກໍາລັງໃຈເພື່ອໃຫ້ຄະນະຄູຝຶກທີມບານເຕະແຫ່ງຊາດຫວຽດນາມ ພ້ອມດ້ວຍນັກກິລາຂອງຕົນສືບຕໍ່ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນເພື່ອຕອບສະໜອງນໍ້າໃຈຄວາມຮັກແພງ ແລະຄວາມຫວັງຂອງແຟນບານເຕະຂອງປະເທດຕົນ. ຄູຝຶກ Park Hang Seo  ແລະບັນດານັກກິລາ ໝັ້ນໝາຍວ່າຈະສືບຕໍ່ມານະພະຍາຍາມຝຶກແອບເພື່ອມີການກະກຽມດີທີ່ສຸດໃຫ້ແກ່ນັດແຂ່ງຂັນກັບທີມບານເຕະແຫ່ງຊາດໄທ, ເຊິ່ງຈະດໍາເນີນໃນວັນທີ 5 ກັນຍາ ຈະມາເຖິງນີ້.

ແຫຼ່ງຄັດຈາກ: vovworld.vn