ພາຍຫຼັງສິ້ນສຸດລະບຽບການທັງໝົດ, ດ່ວານວັນເຫົ້າ ເປັນສະມາຊິກຂອງສະໂມສອນ SC Heerenveen ຢ່າງເປັນທາງການຊຶ່ງແມ່ນທີມບານເຕະທີ່ພວມແຂ່ງຂັນຢູ່ການແຂ່ງຂັນບານເຕະແຫ່ງຊາດໂຮນລັງ (Eredivisie). ນັກເຕະກອງຫຼັງມີອາຍຸ 20 ປີດັ່ງກ່າວຈະແຂ່ງຂັນຢູ່ສະໂມສອນ SC Heerenveen ຕາມສັນຍາຢືມໂຕໃນໄລຍະ 1 ປີ ຈາກສະໂມສອນ Hanoi FC. ເມື່ອເປັນສະມາຊິກຂອງສະໂມສອນ SC Heerenveen, ດ່ວານວັນເຫົ້າ ຈະນຸ່ງເສື້ອເລກທີ 15 ແລະໄດ້ຮັບເງິນເດືອນ 22.000 USD/ເດືອນ. ລາວກໍ່ແມ່ນນັກເຕະບານຫວຽດນາມຜູ້ທຳອິດທີ່ໄດ້ໄປເຕະບານຢູ່ Eredivisie ຊຶ່ງແມ່ນໜຶ່ງໃນບັນດາການແຂ່ງຂັນໃຫຍ່ແຖວໜ້າຂອງເອີລົບ.

leftcenterrightdel
ດວານວັນເຫົ້າ ຈະນຸ່ງເສື້ອເລກທີ 15 ຢູ່ສະໂມສອນ SC Heerenveen. ພາບ: vov.vn

ກ່າວຄຳເຫັນຢູ່ການຖະແຫຼງຂ່າວ, ນັກເຕະ ດ່ວານວັນເຫົ້າ ໃຫ້ຮູ້ວ່າ: ຂ້າພະເຈົ້າຈະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນການຝຶກແອບ ແລະຖອດຖອນບົດຮຽນຈາກບັນດາເພື່ອນຮ່ວມທີມ, ຮັບຟັງບັນດາສິ່ງດີທີ່ສຸດຈາກຄູຝຶກ ແລະເຮັດບັນດາສິ່ງດີທີ່ສຸດໃຫ້ແກ່ສະໂມສອນ. ຫວັງວ່າທຸກໆຄົນຍາມໃດກໍ່ຈະເປັນກຳລັງໃຈໃຫ້ແກ່ສະໂມສອນ ແລະຂ້າພະເຈົ້າ.

ແຫຼ່ງຄັດຈາກ: vovworld.vn