leftcenterrightdel
ທ່ານ ເຈິ່ນວັນມິນ ຮອງຫົວໜ້າສະໂມສອນຮວ່າງແອັງຢາລາຍ ຕ້ອນຮັບທີມຊາດ U16 ລາວ ຢູ່ສະໜາມບິນ Pleiku. ພາບ: sggp.org.vn

ທີມຊາດ U16 ລາວ ລວມມີສະມາຊິກທັງໝົດ 31 ຄົນ ແລະມີການຝຶກຊ້ອມຢູ່ສູນຝຶກຊ້ອມຮ່າມຣົ່ງ, ແຂວງຢາລາຍ ໃນລະຫວ່າງວັນທີ 1-6 ກັນຍາດ້ວຍການໜູນຊ່ວຍຈາກສະໂມສອນຮວ່າງແອັງຢາລາຍ.

ທີມຊາດ U16 ລາວ ໂດຍຫົວໜ້າຄູຝຶກຄົນສິງກະໂປ ທ່ານ Sugunan ນໍາພາຈະແຂ່ງຂັນ 2 ນັດຢູ່ຫວຽດນາມ. ລະອຽດແມ່ນຕອນບ່າຍວັນທີ 3 ກັນຍາ, ທີມຊາດ U16 ລາວ ຈະແຂ່ງຂັນກັບທີມ U16 ຂອງສະໂມສອນຮວ່າງແອັງຢາລາຍ ແລະຕອນບ່າຍວັນທີ 5 ກັນຍາຈະແຂ່ງຂັນກັບທີມ U16 NutiFood.

ໂດຍ: ຈາງຫງວຽນ