leftcenterrightdel
ບັນຍາກາດທີ່ການແຂ່ງຂັນ Marathon ສາກົນດ່ານັງ 2019. ພາບ: ກິມເງິນ.

ພະແນກວັດທະນະທໍາ ແລະກິລາ ນະຄອນດ່ານັງ ໃຫ້ຮູ້ວ່າ, ການແຂ່ງຂັນ Manulife Danang International Marathon ຄັ້ງນີ້ໄດ້ດຶງດູດນັກກິລາກວ່າ 9.000 ຄົນເຂົ້າຮ່ວມ, ໃນນັ້ນມີນັກກິລາແມ່ນຊາວຕ່າງປະເທດຈໍານວນ 2.404 ຄົນທີ່ມາຈາກ 67 ປະເທດ ແລະເຂດແຄວ້ນ. ບັນດາການແຂ່ງຂັນລວມມີແລ່ນ Marathon ປະເພດແລ່ນ 10 ກິໂລແມັດ, 5 ກິໂລແມັດພ້ອມກັບການເຄື່ອນໄຫວແລ່ນ Ronny Dash ດ້ວຍໄລຍະທາງ 1 ກິໂລແມັດສໍາລັບເດັກນ້ອຍ ແລະຄອບຄົວ.

ໄປຄຽງຄູ່ກັບເລື່ອງແຜ່ຂະຫຍາຍສານທີ່ວ່າ “ຍ້ອນຂ້າພະເຈົ້າຮັກດ່ານັງ”, ນອກຈາກການແຂ່ງຂັນຄັ້ງນີ້ຍັງມີກິດຈະກໍາປົກປັກຮັກສາສິ່ງແວດລ້ອມກັບນັກອາສາສະໝັກກວ່າ 1.000 ຄົນທີ່ທຳຄວາມສະອາດ, ເກັບຂີ້ເຫຍື້ອຢູ່ຫາດຊາຍທະເລດ່ານັງ ແລະຢູ່ຕາມເສັ້ນທາງແຂ່ງຂັນ.

ໂດຍ: ໄຊນີດາ