leftcenterrightdel
ນັກກິລາ ຫວູທິຈາງ ໄດ້ຮັບລາງວັນຊະນະເລີດໃນການແຂ່ງຂັນຕີດອກປີກໄກ່ສາກົນ JE Wilson 2019 ປະເພດຍິງດ່ຽວ. ພາບ: tuoitre.vn.

ການແຂ່ງຂັນດັ່ງກ່າວແມ່ນຢູ່ໃນລະບົບ International Series ຂອງສະຫະພັນດອກປີກໄກ່ໂລກ, ດ້ວຍມູນຄ່າເງິນລາງວັນທັງໝົດແມ່ນ 10.000 ໂດລາສະຫະລັດ. ທີ່ຮອບຊິງຊະນະເລີດ, ນັກກິລາ ຫວູທິຈາງ ແຂ່ງຂັນກັບຄູ່ແຂ່ງ Mugdha Agrey ມາຈາກອິນເດຍ (ຢືນອັນດັບທີ 68 ໃນໂລກ).ເຖິງວ່າໄດ້ຮັບການຕີລາຄາຕໍ່າກວ່າກໍ່ຕາມ, ແຕ່ນັກກິລາຫວຽດນາມ ໄດ້ແຂ່ງຂັນດ້ວຍຄວາມຕື່ນເຕັ້ນເພື່ອຍາດເອົາຊະນະດ້ວຍໝາກຜົນ 2-0 ເຊັກ (21-10, 21-6) ແລະຍາດໄດ້ຊະນະເລີດ. ໃນການແຂ່ງຂັນປະເພດຊາຍດ່ຽວ, ນັກກິລາ ຫງວຽນຕຽນມິນ ຍາດໄດ້ຫຼຽນທອງ.

ນັກກິລາ ຫງວຽນຕຽນມິນ ແລະນັກກິລາ ຫວູທິຈາງ ຈະສືບຕໍ່ເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ Lagos International Classics 2019, ເຊິ່ງດໍາເນີນໃນລະຫວ່າງວັນທີ 24-27 ກໍລະກົດ ຢູ່ນີເຊເຣຍ.

ໂດຍ: ຈາງຫງວຽນ