ເຖິງວ່າເຂົ້າຮ່ວມການແຂ່ງຂັນດ້ວຍຄວາມເຊື່ອໝັ້ນຕົນເອງ ແລະຮັບໄດ້ການລະດົມກຳລັງໃຈຈາກຜູ້ມາຊົມມາເຊຍແລ້ວກໍ່ຕາມ ແຕ່ທີມຊາດ U23 ຫວຽດນາມ ກໍ່ຍັງເສຍໃນເຊັກທີ 1 ດ້ວຍຄະແນນ 25-14. ກ້າວເຂົ້າສູ່ເຊັກທີສອງບັນດານັກກິລາຍິງຂອງຫວຽດນາມ ຫຼີ້ນດີຂຶ້ນ ແລະຍາດໄດ້ໄຊຊະນະຢູ່ໃນ 3 ເຊັກຕໍ່ມາດ້ວຍຄະແນນຕາມລຳດັບແມ່ນ 25-22, 25-21 ແລະ 25-14 ໄດ້ຊ່ວຍໃຫ້ທີມຊາດ U23 ຫວຽດນາມ ຊະນະ U23 ໄທ ດ້ວຍ 3-1 ເຊັກ, ຜ່ານນັ້ນຍາດໄດ້ຫຼຽນທອງ. ນີ້ແມ່ນຄັ້ງທີສອງໃນປະຫວັດສາດທີ່ທີມຊາດບານສົ່ງຍິງ U23 ຫວຽດນາມ ຍາດໄດ້ຫຼຽນທອງອາຊີ.
ໂດຍ: ເຈິ່ນຮວ່ຽນ
Type the code from the image