leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: ຮວາລື.

ຕາມນັ້ນ, ການແຂ່ງຂັນຈະດໍາເນີນໃນລະຫວ່າງວັນທີ 13-21 ກໍລະກົດ ຢູ່ສະໂມສອນກິລາເມືອງໄຕໂຮ່ ແລະສູນວັດທະນະທໍາ, ສື່ສານ ແລະກິລາເມືອງຢາເລິມ. ເຂົ້າຮ່ວມການແຂ່ງຂັນມີ 13 ທີມທີ່ມາຈາກອົດສະຕາລີ, ຈີນ, ອິນ​ເດຍ, ກາ​ຊັກ​ສ​ະຖານ, ມາເກົາ (ຈີນ), ຮົງກົງ (ຈີນ), ມານດີວ, ນິວຊີແລນ, ສປປ.ເກົາຫຼີ, ໄຕ້ຫວັນ (ຈີນ), ສີລັງກາ, ໄທ ແລະ ຫວຽດນາມ.

ທີມຊາດ U23 ຫວຽດນາມ ເຂົ້າຮ່ວມການແຂ່ງຂັນດັ່ງກ່າວສ່ວນຫຼາຍແມ່ນບັນດານັກກິລາທີມຊາດ ແລະກໍ່ແມ່ນກໍາລັງແກ່ນສານເຂົ້າຮ່ວມ SEA Games 2019. ຕາມຄູຝຶກ ຫງວຽນຕ໊ວນກຽດ, U23 ຫວຽດນາມ ມຸ່ງໄປເຖິງເປົ້າໝາຍຖອດຖອນບົດຮຽນ, ປະສົບການ ແລະມານະພະຍາຍາມເຂົ້າເລິກທີ່ການແຂ່ງຂັນນີ້.

leftcenterrightdel
ທີມຊາດບານສົ່ງຍິງ U23 ຫວຽດນາມ ເຂົ້າຮ່ວມການແຂ່ງຂັນ U23 ຊີງແຊ໋ມອາຊີ 2019 ກໍ່ແມ່ນທີມຊາດຫວຽດນາມ ເຂົ້າຮ່ວມ SEA Games 30. ພາບ: ຮືງຮ່າ.

ພິທີໄຂ ແລະການແຂ່ງຂັນນັດທໍາອິດຂອງທີມຊາດ U23 ຫວຽດນາມ ພົບ ນິວຊີແລນ ຈະດໍາເນີນໃນເວລາ 20 ໂມງ 30 ນາທີ ວັນທີ 13 ກໍລະກົດ ທີ່ສູນວັດທະນະທໍາ, ສື່ສານ ແລະກິລາເມືອງຢາເລິມ.

ໂດຍ: ຈາງຫງວຽນ