leftcenterrightdel
Viettel ຍາດໄດ້ 3 ຄະແນນສໍາຄັນຢູ່ສະໜາມກິລາຮ່າງໄດ໊ເພື່ອຫຼຸດພົ້ນອອກຈາກຄວາມອັນຕະລາຍໃນຕາຕະລາງຈັດອັນດັບ. ພາບ: VPF.

V-League 2019 ໄດ້ດໍາເນີນບັນດາການແຂ່ງຂັນຮອບທີ 11, ສະໂມສອນນະຄອນໂຮ່ຈີມິນໄດ້ຊະນະສະໂມສອນຊົງລາມເງະອານ ດ້ວຍ 2-1 ປະຕູ ໄດ້ຊ່ວຍໃຫ້ສະໂມສອນນະຄອນໂຮ່ຈີມິນ ຮັກສາອັນດັບທີ 1 ໃນຕາຕະລາງຈັດອັນດັບ.

leftcenterrightdel
ຕາຕະລາງຈັດອັນດັບ V-League ພາຍຫຼັງການແຂ່ງຂັນຮອບທີ 11. ພາບ: ຕ໊ວນເຊີນ.

ໃນການແຂ່ງຂັນກ່ອນໜ້ານັ້ນ, ສະໂມສອນ Viettel ໄດ້ມີການແຂ່ງຂັນກັບສະໂມສອນຫາຍຟ່ອງ. ດ້ວຍຄວາມຕັດສິນໃຈແຂ່ງຂັນຢ່າງສູງສຸດ ສະໂມສອນ Viettel ຍາດໄດ້ 3 ຄະແນນສໍາຄັນຢູ່ສະໜາມກິລາຮ່າງໄດ໊ ເພື່ອຫຼຸດພົ້ນອອກຈາກຄວາມອັນຕະລາຍໃນຕາຕະລາງຈັດອັນດັບ.

ໂດຍ: ທະນາພອນ