ງານມະຫາກຳໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 400 ຄົນ, ໃນນັ້ນມີນັກກິລາ 300 ຄົນແມ່ນມະຫາຊົນ, ພະນັກງານ, ສະມາຊິກສະຫະພັນແມ່ຍິງທີ່ມາຈາກ 42 ແຂວງ, ນະຄອນ, ຫົວໜ່ວຍໃນທົ່ວປະເທດ. ບັນດານັກກິລາຈະເຂົ້າຮ່ວມການແຂ່ງຂັນກິລາ 4 ປະເພດ: ບານສົ່ງອາຍນ້ຳ, ຕີດອກປິກໄກ່, aerobic ແລະເຕັ້ນເປັນທີມ.

leftcenterrightdel
ພາບ: daibieunhandan.vn.

ຜ່ານງານມະຫາກຳ, ຄະນະຈັດຕັ້ງຢາກໂຄສະນາຢ່າງເລິກເຊິ່ງກວ້າງຂວາງໃນໝູ່ພະນັກງານ, ສະມາຊິກສະຫະພັນແມ່ຍິງ, ປະຊາຊົນກ່ຽວກັບຜົນປະໂຫຍດຂອງການອອກກຳລັງກາຍ, ຫຼີ້ນກິລາ, ເພື່ອປັບປຸງສຸຂະພາບໃຫ້ແກ່ຕົນເອງ ແລະຄອບຄົວ. ງານມະຫາກຳຍັງແມ່ນການເຄື່ອນໄຫວທີ່ດີ, ມີຜົນປະໂຫຍດຕໍ່ສະມາຊິກສະຫະພັນແມ່ຍິງ, ຜ່ານນັ້ນ, ປະກອບສ່ວນຍົກສູງຄຸນ ນະພາບຊີວິດການເປັນຢູ່ໃຫ້ແກ່ແມ່ຍິງເວົ້າສະເພາະ ແລະປະຊາຊົນເວົ້າລວມ.

ແຫຼ່ງຄັດຈາກ: vovworld.vn