ໃນນາທີທີ 2, ນັກແຕະ Mousa Sissoko ຂອງທີມ Tottenham ໄດ້ປະໃຫ້ບານຖືກມືຕົນເອງຢູ່ໃນເຂດຂ້າມ 16 ມ, ທີມ Liverpool ໄດ້ເຕະລູກໂທດໂດຍກົງ ແລະນັກເຕະ Mohamed Salah ຂອງທີມ Liverpool  ກໍ່ຍິງເຂົ້າປະຕູ Tottenham. ເຮັດໃຫ້ Liverpool ມີຄະແນນຂຶ້ນນຳ 1-0 ປະຕູ. ມາຮອດນາທີທີ 88 ນັກເຕະ Divock Origi ໄດ້ຍິງເຂົ້າປະຕູທີ 2 ໃຫ້ທີມ Liverpool. 

leftcenterrightdel
ທີມບານເຕະ Liverpool ໄດ້ແຊ້ມ  Champions League. ພາບ: Dailymail.

ດ້ວຍໝາກຜົນສຸດທ້າຍ 2-0 ປະຕູ, ທີມບານເຕະ Liverpool ໄດ້ແຊ້ມ Champions League. ນີ້ແມ່ນນາມມະຍົດຊະນະເລີດ C1/Champions League ຄັ້ງທີ 6 ໃນປະຫວັດສາດບານເຕະເຂດ Merseyside. ສ່ວນຄູຝຶກ Jurgen Klopp ນີ້ແມ່ນເທື່ອທໍາອິດໃນພາລະກິດຝຶກຊ້ອມພາລູກທີມຍາດໄດ້ຂັນ Champions League.

ໂດຍ: ເກື່ອງດັ້ງ