ງານແຂ່ງຂັນບານສົ່ງຊີງຂັນກອງທັບເປີດກວ້າງຄັ້ງນີ້ ຈະດໍາເນີນໄປຮອດວັນທີ 2 ມິຖຸນາ ດ້ວຍການເຂົ້າຮ່ວມຂອງ 12 ທີມບານສົ່ງຍິງ - ຊາຍທັງພາຍໃນ ແລະນອກກອງທັບ.

leftcenterrightdel
ພິທີໄຂງານແຂ່ງຂັນບານສົ່ງ ຊີງຂັນກອງທັບເປີດກວ້າງ ປີ 2019. ພາບ: qdnd.vn.

ບັນດາທີມໄດ້ແບ່ງເປັນສອງສາຍຍິງ ແລະຊາຍ; ແຕ່ລະສາຍໄດ້ຈັດຕັ້ງການແຂ່ງຂັນແບບເຈິກັນໝົດ, ຄັດເລືອກເອົາ 4 ທີມທີ່ມີຄະແນນສູງສຸດເຂົ້າຮອບຮອງຊະນະເລີດ...

ງານແຂ່ງຂັນຊີງຂັນກອງທັບເປີດກວ້າງປີ 2019 ເພື່ອແນໃສ່ສ້າງເງື່ອນໄຂໃຫ້ບັນດາທີມນັກກິລາບານສົ່ງ, ບັນດານັກກິລາທັງພາຍໃນ ແລະນອກກອງທັບ ມີໂອກາດພົບປະ, ຍົກສູງລະດັບວິຊາສະເພາະ, ພ້ອມທັງຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ແຂ່ງຂັນຕັດສິນໃຈຍາດເອົາໄຊຊະນະ ຂອງກໍາລັງປະກອບອາວຸດທະຫານເຂດ 4 ໄລຍະ 2014-2019.

ໂດຍ: ເກື່ອງດັ້ງ